ທີ່ການຕ້ອນຮັບ, ທ່ານ ໂງແຊກທຶກ ໃຫ້ຮູ້ວ່າ, ເລື່ອງປຸກລະດົມຄວາມສາມັກຄີດ້ານສາສະໜາຂອງຫວຽດນາມ ມີໂຄງການລວມຂອງອົງການແນວໂຮມປະເທດຊາດ, ໃນນັ້ນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະມາຄົມພຸດທະສາສະໜາຫວຽດນາມ ໃນການປຸກລະດົມຄວາມສາມັກຄີທົ່ວປວງຊົນທັງຊາດ.

leftcenterrightdel
ທ່ານ ໂງແຊກທຶກ ຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບພະອາຈານ ເວດ ມະເສໄນ. ພາບ: ສໍານັກຂ່າວສານຫວຽດນາມ.

ປັດຈຸບັນ, ແນວໂຮມປະເທດຊາດຫວຽດນາມ ພວມມີການປຸກລະດົມໃຫຍ່ແມ່ນທົ່ວປວງຊົນສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລດ້ວຍບັນດາມາດຕະຖານລະອຽດ, ໃນນັ້ນມີການປຸກລະດົມຄວາມສາມັກຄີສ້າງແບບແຜນການດໍາລົງຊີວິດດ້ານວັດທະນະທໍາ; ບັນດາສາສະໜາໄດ້ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນບັນດາລາຍການມະນຸດສະທໍາ, ການກຸສົນເພື່ອຊ່ວຍເຫຼືອຜູ້ທຸກຍາກບືນຕົວຂຶ້ນເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ. ບັນດາການປຸກລະດົມນີ້ໄດ້ເຮັດໃຫ້ຈິດໃຈທາງດ້ານພຸດທະສາສະໜາທະວີຄູນ, ເປັນຕົ້ນແມ່ນການເຂົ້າຮ່ວມໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມ, ໄພທໍາມະຊາດ.

ພະອາຈານ ເວດ ມະເສໄນ ໃຫ້ຮູ້ວ່າ, ນັບແຕ່ປີ 2005, ພຸດທະສາສະໜາຫວຽດນາມ ແລະລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ລວມມີ  6 ຂໍ້ເພື່ອແນໃສ່ຊຸກຍູ້ສາຍພົວພັນລະຫວ່າງສະມາຄົມພຸດທະສາສະໜາສອງປະເທດ; ພ້ອມທັງປາດຖະໜາຢາກໃຫ້ພຸດທະສາສະໜາລະຫວ່າງສອງປະເທດ ມີການເຄື່ອນໄຫວແທດຈິງ, ຍົກສູງບົດບາດຂອງບົດບັນທຶກຊ່ວຍຈໍາ ແລະຊຸກຍູ້ຄວາມສະໜິດຕິດພັນລະຫວ່າງພຸດທະສາສະໜາຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ.

ໂດຍ: ທູຈາງ