leftcenterrightdel
ທ່ານຮອງປະທານປະເທດລາວ ພັນຄໍາ ວິພາວັນ ຕ້ອນຮັບທ່ານລັດຖະມົນຕີ ເລຫວິ້ງເຕິນ. ພາບ: vov.vn.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຫວິ້ງເຕິນ ໃຫ້ຮູ້ວ່າໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງຫວຽດນາມ ແລະລາວ ມີບັນດາບາດກ້າວພັດທະນາຢ່າງແຮງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ພິເສດແມ່ນມີບັນດາບາດກ້າວບຸກທະລຸໃໝ່ໃນການພົວພັນຮ່ວມມື, ສ້າງກໍາລັງໜູນແຫ່ງການພັດທະນາໃນທຸກໆຂົງເຂດ, ເປັນຕົ້ນແມ່ນການລົງທຶນ, ການຄ້າ...

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະທ່ານຮອງປະທານປະເທດລາວ ພັນຄໍາ ວິພາວັນ ຢັ້ງຢືນວ່າການມາຢ້ຽມຢາມ ແລະເຮັດວຽກຂອງທ່ານລັດຖະມົນຕີ ເລຫວິ້ງເຕິນ ພ້ອມກັບຄະນະບໍ່ພຽງແຕ່ຊ່ວຍຮັດແໜ້ນການພົວພັນລະຫວ່າງກະຊວງພາຍໃນຫວຽດນາມ ແລະກະຊວງພາຍໃນລາວ ກວ່າອີກເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນດີງາມ ແລະຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມອີກດ້ວຍ.

leftcenterrightdel
ການເຈລະຈາລະຫວ່າງກະຊວງພາຍໃນຫວຽດນາມ ແລະກະຊວງພາຍໃນລາວ. ພາບ: vov.vn.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະທ່ານຮອງປະທານປະເທດລາວ ພັນຄໍາ ວິພາວັນ ເນັ້ນໜັກວ່າບັນດາບົດຮຽນເຊິ່ງກະຊວງພາຍໃນຫວຽດນາມ ແບ່ງປັນໃຫ້ກະຊວງພາຍໃນລາວ ໄດ້ຊ່ວຍຍົກສູງຄຸນນະພາບການຄຸ້ມຄອງພະນັກງານ; ສະແດງຄວາມປາດຖະໜາວ່າກະຊວງພາຍໃນຫວຽດນາມ ຈະສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອກະຊວງພາຍໃນລາວ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ພາຍຫຼັງການເຈລະຈາລະຫວ່າງກະຊວງພາຍໃນສອງປະເທດ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ທ່ານລັດຖະມົນຕີ ເລຫວິ້ງເຕິນ ໄດ້ປະດັບຫຼຽນໄຊເອກກະລາດຊັ້ນ I, ຊັ້ນ II, ຊັ້ນ III ໃຫ້ກະຊວງພາຍໃນລາວ, ພ້ອມກັບບັນດາການນໍາຂອງກະຊວງ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີລາວ ສົມດີ ດວງດີ ມອບຂໍ້ຕົກລົງປະດັບຫຼຽນໄຊອິດສະຫຼະຂອງລັດລາວ ໃຫ້ກະຊວງພາຍໃນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ກະຊວງພາຍໃນຫວຽດນາມ ກໍ່ເປັນກຽດໄດ້ຮັບຫຼຽນໄຊອິດສະຫຼະອັນສູງສົ່ງຂອງລັດລາວ.

 

ແປໂດຍ: ຫງວຽນກຸກ