ທີ່ການເຮັດວຽກກັບພະນັກງານສານທະຫານເຂດ 1, ສອງຝ່າຍໄດ້ແນະນໍາໂດຍສັງເຂບກ່ຽວກັບລະບົບສານທະຫານຂອງກອງທັບຢູ່ແຕ່ລະປະເທດ, ໂຄງປະກອບການຈັດຕັ້ງຂອງສານທະຫານເຂດ, ພາລະບົດບາດ, ໜ້າທີ່ ແລະຂອບເຂດ, ລັກສະນະວຽກງານພິພາກສາ, ໝາກຜົນແຫ່ງການພິພາກສາໃນຊຸມປີຜ່ານມາ; ພ້ອມກັນນັ້ນແລກປ່ຽນບາງບົດຮຽນກ່ຽວກັບວຽກງານສານ; ຂັ້ນຕອນດໍາເນີນຄະດີ, ພິພາກສາ; ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການປະຕິຮູບດ້ານບໍລິຫານ; ມາດຕະການຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານພິພາກສາຮັບປະກັນຖືກຕ້ອງຕາມກົດໝາຍ, ປົກປ້ອງຄວາມຍຸຕິທໍາ ແລະສິດຂອງມະນຸດ; ວຽກງານສຶກສາອົບຮົມດ້ານການເມືອງແນວຄິດ ແລະບໍາລຸງສ້າງວິຊາການວິຊາສະເພາະ ໃຫ້ແກ່ຖັນແຖວພະນັກງານ...

 

ແປໂດຍ: ທູຈາງ