ບັນດາໝູ່ຄະນະ, ບຸກຄົນຂອງ 2 ກົມກອງໄດ້ຮັບລາງວັນໃນຄັ້ງນີ້ແມ່ນມີຜົນງານດີເດັ່ນໃນການສົມທົບກັນຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດ, ຮັກສາຄວາມໝັ້ນຄົງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປ້ອງກັນຄວາມສະຫງົບຢູ່ຊາຍແດນແຫ່ງຊາດຂອງສອງປະເທດຫວຽດນາມ-ລາວ.

leftcenterrightdel
ໂດຍໄດ້ຮັບມອບສິດຂອງລັດຖະບານລາວ, ການນໍາກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II  ແລະຫຼຽນໄຊແຮງງານຊັ້ນ III ໃຫ້ 25 ບຸກຄົນທີ່ສັງກັດທະຫານຊາຍແດນແຂວງ ຮ່າຕິ້ງ. ພາບ: bienphong.com.vn.

ໂດຍໄດ້ຮັບມອບສິດຂອງກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນ, ຄະນະກໍາມະການປະຊາຊົນແຂວງ ຮ່າຕິ້ງ, ການນໍາທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດໃຫ້ 1 ບຸກຄົນ; ໃບຍ້ອງຍໍຂອງກອງບັນຊາການທະຫານຊາຍແດນໃຫ້ 1 ໝູ່ຄະນະ ແລະ 4 ບຸກຄົນ; ໃບຍ້ອງຍໍຂອງປະທານຄະນະກໍາມະການປະຊາຊົນແຂວງ ຮ່າຕິ້ງ ໃຫ້ 6 ບຸກຄົນທີ່ສັງກັດກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ.

leftcenterrightdel
ໂດຍໄດ້ຮັບມອບສິດຂອງກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຫວໍຈ້ອງຫາຍ, ຜູ້ບັນຊາການທະຫານຊາຍແດນ ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດໃຫ້ທ່ານພັນເອກ ທອງໃບ ລໍວັນໄຊ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ. ພາບ: bienphong.com.vn.

ໂດຍໄດ້ຮັບມອບສິດຂອງລັດຖະບານລາວ, ການນໍາກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ກໍ່ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 12 ບຸກຄົນ ແລະປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 13 ບຸກຄົນທີ່ສັງກັດທະຫານຊາຍແດນແຂວງ ຮ່າຕິ້ງ.

leftcenterrightdel
ທ່ານພັນເອກພິເສດ ຫວໍຈ້ອງຫາຍ ມອບໃບຍ້ອງຍໍຂອງກອງບັນຊາການທະຫານຊາຍແດນໃຫ້ບັນດາໝູ່ຄະນະ ແລະບຸກຄົນທີ່ສັງກັດກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ. ພາບ: bienphong.com.vn.

ໃນປີ 2017, ທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ຕໍ່ສູ້ທຳລາຍລ້າງ 3 ຄະດີໃຫຍ່ກ່ຽວກັບຢາເສບຕິດ, ຈັບ 12 ເປົ້າໝາຍ, ຢຶດເຮໂຣອິນ 137 ແທ່ງ, ກັນຊາ 1.000 ແທ່ງ, ຢາບ້າ 120.000 ເມັດ, ຢາເສບຕິດ 20 ກິໂລກຼາມ...

 

ແປໂດຍ: ຫງວຽນກຸກ