ຕອນບ່າຍວັນທີ 19 ມິຖຸນາ, ຢູ່ສໍານັກງານປະທານປະເທດ ລາວ, ທ່ານນາງ ດັ້ງທິງອັກທິ້ງ ໄດ້ມີການພົບປະເຈລະຈາກັບທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ລາວ. ທີ່ການພົບປະສອງຝ່າຍເຫັນດີເປັນເອກະສັນໃນໄລຍະຈະມາເຖິງສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ຮັບການລົງນາມລະຫວ່າງການນໍາຂັ້ນສູງສອງປະເທດເປັນຢ່າງດີ, ພ້ອມທັງເຊື່ອໝັ້ນວ່າ, ສືບຕໍ່ບັນດາຜົນສໍາເລັດອັນດີງາມຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ  2017, ປີ 2018 ແມ່ນປີສະດວກ ເພື່ອໃຫ້ສອງປະເທດເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ລາວ ກວ່າອີກ. ທ່ານ ພັນຄໍາ ວິພາວັນ ສະເໜີສອງຝ່າຍຄວນສົມທົບກັນ ເພື່ອກໍ່ສ້າງສວນສາທາລະນະ ໂຮ່ຈິມິນ ຢູ່ທິດເໜືອນະຄອນຫຼວງ ວຽງຈັນ ໂດຍໄວ, ປະກອບສ່ວນສຶກສາລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: nhandan.com.vn.

ເມື່ອແລກປ່ຽນກ່ຽວກັບການພົວພັນຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກ, ທ່ານ ພັນຄໍາ ວິພາວັນ ຕີລາຄາສູງປະສິດທິຜົນຂອງການຮ່ວມມື ຫວຽດນາມ - ລາວ; ສະເໜີຄວນຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການເຊື່ອມຈອດຄົມມະນາຄົມກວ່າອີກ...

ຄຽງຂ້າງກັນນັ້ນ, ທ່ານ ພັນຄໍາ ວິພາວັນ ຍັງເນັ້ນໜັກວ່າ, ລັດຖະບານ ລາວ ຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍຊາວ ຫວຽດນາມ ອາໄສຢູ່ ລາວ ທໍາມາຫາກິນເປັນປົກກະຕິຕາມກົດໝາຍຂອງ ສປປ ລາວ.

ຮອງປະທານປະເທດສອງທ່ານ ກໍ່ຢືນຢັນວ່າ, ສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນຄືສະຫະປະຊາຊາດ, ອາຊຽນ ແລະບັນດາກົນໄກຮ່ວມມືອະນຸພາກພື້ນ.

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ. ພາບ: nhandan.com.vn.

ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ  ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ.

 

ແປໂດຍ: ກວຽດເຕີມ