ໂດຍໄດ້ຮັບຄໍາເຊີນຂອງທ່ານພົນໂທ ແສງນວນ ໄຊຍະລາດ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໋ອງ, ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ນໍາໜ້າໄປຢ້ຽມຢາມ, ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 23-25 ເມສາ.

ຕອນບ່າຍວັນທີ 23 ເມສາ, ທ່ານນາງ ຕ່ອງທິຟ໋ອງ ນໍາໜ້າຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ ປານີ ຢາທໍ່ຕູ້,  ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດລາວ.

leftcenterrightdel
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ຕ້ອນຮັບທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດຫວຽດນາມ. ພາບ: vov.vn.

ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຟ໋ອງ ຢືນຢັນວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ຖືເປັນສໍາຄັນ ແລະສະຫງວນບູລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ທ່ານນາງ ຕ່ອງທິຟ໋ອງ ເນັ້ນໜັກວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ແລະມີປະສິດທິຜົນເຊິ່ງພັກ, ລັດ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ.

ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະປະຊາຊົນລາວ ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ, ເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ, ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງໃນທຸກຂົງເຂດ.

ທ່ານນາງ ປານີ ຢາທໍ່ຕູ້,  ປະທານສະພາແຫ່ງຊາດລາວ ຢືນຢັນວ່າ, ການຢ້ຽມຢາມ ລາວ ຂອງຄະນະໃນຄັ້ງນີ້ຈະປະກອບສ່ວນຊ່ວຍເພີ່ມທະວີມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນລາວ-ຫວຽດນາມ ອ້າຍນ້ອງເວົ້າລວມ, ລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ ໃຫ້ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນ...

ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ນໍາໜ້າໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານພົນໂທ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດລາວ ເປັນຫົວໜ້າຄະນະ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາຂັ້ນສູງລະຫວ່າງສະພາແຫ່ງຊາດສອງປະເທດຫວຽດນາມ-ລາວ. ພາບ: vov.vn

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວໃນໄລຍະຈະມາເຖິງ ແລະແລກປ່ຽນກ່ຽວກັບບົດຮຽນການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ; ບັນດາມາດຕະການເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາຫຼາຍຝ່າຍໃນໂລກ ແລະພາກພື້ນ ແນໃສ່ເພີ່ມທະວີສາຍພົວພັນລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນພັດທະນາການພົວພັນລະຫວ່າງສອງພັກ, ສອງປະເທດ...

 

ແປໂດຍ: ເຈິ່ນຮວ່ຽນ