ໃນໄລຍະເວລາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນ, ນັກຮຽນການທະຫານກອງທັບປະຊາຊົນ ລາວ ຍາມໃດກໍ່ມານະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຮັບເອົາຄວາມຮູ້, ພາຍຫຼັງຮຽນຈົບໃນຖານະຕໍາແໜ່ງວຽກງານຂອງຕົນເຂົາເຈົ້າໄດ້ປະຕິບັດສໍາເລັດໜ້າທີ່ ເຊິ່ງໄດ້ຮັບມອບໝາຍ.

leftcenterrightdel
ການນໍາໂຮງຮຽນ ຟ້ອນລໍາວົງພ້ອມກັບນັກຮຽນການທະຫານ ລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງປະຊາຊົນລາວບັນດາເຜົ່າ. ພາບ:  sqlq1.edu.vn

ມາຮອດປັດຈຸບັນ, ໂຮງຮຽນນາຍທະຫານບົກ ເລກ 1 ກໍ່ສ້າງນັກຮຽນການທະຫານໃຫ້ກອງທັບປະຊາຊົນ ລາວ ໄດ້ 37 ຊຸດ, ໃນນັ້ນ 32 ຊຸດ ແມ່ນຮຽນຈົບແລ້ວ, ໃນການຮໍ່າຮຽນ, ມີຫຼາຍສະຫາຍບັນລຸໄດ້ຜົນງານດີເດັ່ນ ເຊິ່ງໄດ້ຮັບການຍ້ອງຍໍຈາກໂຮງຮຽນ. ທີ່ພິທີພົບປະສັງສັນ, ອວຍພອນປີໃໝ່, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ, ຫົດນໍ້າຕາມຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ.

ແປໂດຍ: ຮວ່າງເຈື່ອງ