leftcenterrightdel
ບັນດານັກປະພັນລາວ ຍາດໄດ້ລາງວັນ A. ພາບ: vov.vn.

ໃນວັນທີ 20 ມີນາ ຢູ່ສໍານັກງານກະຊວງປ້ອງກັນປະເທດລາວ, ນະຄອນຫຼວງ ວຽງຈັນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັນກັບກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ຈັດຕັ້ງພິທີມອບລາງວັນບັ້ນຂົນຂວາຍປະດິດຄິດແຕ່ງວັນນະຄະດີ, ສິລະປະກ່ຽວກັບ “ນໍ້າໃຈສາມັກຄີຕໍ່ສູ້ ຫວຽດນາມ-ລາວ”, ເພື່ອແນໃສ່ສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2017”, ເຂົ້າຮ່ວມພິທີມີທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ; ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ພ້ອມດ້ວຍນາຍ ແລະ ພົນທະຫານຈາກສອງປະເທດ ເຂົ້າຮ່ວມ.

ໃນບັນຍາກາດທີ່ເບີກບານມ່ວນຊື່ນ, ທ່ານພົນໂທ  ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນວ່າ ຫວຽດນາມ ແລະລາວແມ່ນສອງປະເທດຖານບ້ານໃກ້ເຮືອນຄຽງມາແຕ່ດົນນານແລ້ວ, ສອງປະເທດຍາມໃດກໍ່ຄຽງບ່າຄຽງໄຫຼ່ນຳກັນ, ພ້ອມກັນສ້າງບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

leftcenterrightdel
ທ່ານພົນໂທ  ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ພິທີ. ພາບ: vov.vn.

ພ້ອມກັນນັ້ນ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ກໍ່ສະເໜີກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດ ຫວຽດນາມ - ລາວ ສືບຕໍ່ລາຍງານເຖິງກະຊວງປ້ອງກັນປະເທດສອງປະເທດ ເພື່ອສົມທົບກັນສ້າງແຜນການບັນນາທິການ, ພິມຈໍາໜ່າຍ, ເຜີຍແຜ່ ແລະຈໍາໜ່າຍຢ່າງເລິກເຊິ່ງ, ກວ້າງຂວາງ; ຊີ້ນໍາ-ນໍາພາບັນດາກົມກອງສິລະປະຂອງກອງທັບໄດ້ຄົ້ນຄວ້ານໍາບົດປະພັນເຂົ້າໃນການຈັດສ້າງ, ສະແດງຢູ່ບັນດາເຫດການສະເຫຼີມສະຫຼອງສໍາຄັນ ແລະຢູ່ບັນດາລາຍການພົບປະແລກປ່ຽນສິລະປະ, ເພື່ອແນໃສ່ສືບຕໍ່ “ນໍ້າໃຈສາມັກຄີຕໍ່ສູ້ ຫວຽດນາມ-ລາວ”.

ໃນບົດກ່າວຂອງຕົນ, ທ່ານພົນຈັດຕະວາ ວັນທອງ ກອງມະນີ ຖືວ່າ, ບັ້ນຂົນຂວາຍປະດິດຄິດແຕ່ງວັນນະຄະດີ, ສິລະປະກ່ຽວກັບ “ນໍ້າໃຈສາມັກຄີຕໍ່ສູ້ ຫວຽດນາມ - ລາວ” ແມ່ນໜຶ່ງການເຄື່ອນໄຫວມີຄວາມໝາຍຊ່ວຍຄົນຮຸ່ນໜຸ່ມ, ພິເສດແມ່ນໃນກອງທັບ, ຈົດຈໍາຜົນງານຂອງບັນດາລຸ້ນບັນພະບູລຸດທີ່ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະຊາຊົນສອງປະເທດ ລາວ-ຫວຽດນາມ, ພິເສດຊ່ວຍເຂົາເຈົ້າເຂົ້າໃຈກ່ຽວກັບສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ ເວົ້າລວມກໍ່ຄືນໍ້າໃຈສາມັກຄີຕໍ່ສູ້ລະຫວ່າງກອງທັບສອງປະເທດ ລາວ-ຫວຽດນາມ ເວົ້າສະເພາະ.

leftcenterrightdel
ທ່ານພົນຈັດຕະວາ ວັນທອງ ກອງມະນີ ກ່າວຄໍາເຫັນທີ່ພິທີ. ພາບ: vov.vn.

ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກໍ່ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີຕໍ່ສູ້ແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໝັ້ນຄົງຂະໜົງແກ່ນ ແລະຂຽວສົດງົດງາມຕະຫຼອດການ.

ເຂົ້າຮ່ວມບັ້ນຂົນຂວາຍປະດິດຄິດແຕ່ງວັນນະຄະດີ, ສິລະປະກ່ຽວກັບ “ນໍ້າໃຈສາມັກຄີຕໍ່ສູ້ ຫວຽດນາມ-ລາວ” ຂໍ່ານັບຮັບຕ້ອນສະເຫຼີມສະຫຼອງ “ປີສາມັກຄີ, ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017”, ຝ່າຍ ລາວ ມີນັກປະພັນ 185 ຄົນດ້ວຍບົດປະພັນ 479 ບົດຂຶ້ນກັບບັນດາຂົງເຂດວັນນະຄະດີ, ດົນຕີ, ພາບແຕ້ມໂປດສະເຕີ, ພາບສະຖານະການການເມືອງ ແລະຍາດໄດ້ 4 ລາງວັນ A, 8 ລາງວັນ B, 12 ລາງວັນ C ແລະ16 ລາງວັນຊົມເຊີຍໃຫ້ທັງ 4 ປະເພດວັນນະຄະດີ, ສິລະປະດັ່ງກ່າວ.

 

ແປໂດຍ: ເກື່ອງດັ້ງ