ບົນຈິດໃຈແຫ່ງຄວາມສາມັກຄີ ແລະສາຍພົວພັນທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ, ສອງຝ່າຍໄດ້ພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍຄື: ວຽກງານສົມທົບກັນລະຫວ່າງບັນດາກໍາລັງ; ກໍາແໜ້ນສະພາບການ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ; ປ້ອງກັນຕ້ານໄພພິບັດທໍາມະຊາດ, ຊ່ວຍເຫຼືອພໍ່ແມ່ປະຊາຊົນສອງປະເທດພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ວຽກງານກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ...

leftcenterrightdel
ທ່ານພັນເອກພິເສດ ຫວໍຈ້ອງຫາຍ ຫົວໜ້າການທະຫານກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ແລກປ່ຽນບົດຮຽນກັບຄະນະປະຕິບັດງານກົມທະຫານຊາຍແດນລາວ. ພາບ: ມິງຕວ່ານ.
leftcenterrightdel
ທ່ານພັນໂທ ອຸ່ນຄໍາ ສີແຫວນວົງສັກ ຮອງຫົວໜ້າກົມທະຫານຊາຍແດນລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ມິງຕວ່ານ.
leftcenterrightdel
ທ່ານພັນໂທ ອຸ່ນຄໍາ ສີແຫວນວົງສັກ ຮອງຫົວໜ້າກົມທະຫານຊາຍແດນ ລາວ ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ. ພາບ: ມິງຕວ່ານ.

ຕາງໜ້າຄະນະປະຕິບັດງານ, ທ່ານພັນໂທ  ອຸ່ນຄໍາ ສີແຫວນວົງສັກ ສະແດງຄວາມຂອບອົກຂອບໃຈກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ໃນໄລຍະຜ່ານມາໄດ້ມີຄວາມເອົາໃຈໃສ່ເປັນພິເສດຕໍ່ກົມທະຫານຊາຍແດນລາວ ແລະບັນດາກອງຮ້ອຍປົກປັກຮັກສາຊາຍແດນລາວ. ພ້ອມທັງປາດຖະໜາວ່າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພື່ອໃຫ້ກໍາລັງທະຫານຊາຍແດນລາວ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ພ້ອມກັນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ໄປຢ້ຽມຊົມ ແລະຕີລາຄາສູງບາງກິດຈະກໍາຍ່ອຍສະໜາມຫັດແອບຮັບໃຊ້ການຝຶກແອບ.

ແປໂດຍ: ຮວ່າງເຈື່ອງ