ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນສະພາບການຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ວຽກງານສົມທົບໃນການຄຸ້ມຄອງ ແລະປ້ອງກັນຊາຍແດນ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນນາມ ແລະທ່ານພັນໂທ ອຸ່ນຄຳ ສີແຫວນວົງສັກ ທີ່ການເຮັດວຽກ. ພາບ: ບາວຮ່າ.

ທ່ານພັນໂທ ອຸ່ນຄຳ ສີແຫວນວົງສັກ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກົມທະຫານຊາຍແດນລາວ ຈະສະເໜີກະຊວງປ້ອງກັນປະເທດລາວ ບູລະນະອົງການຈັດຕັ້ງ, ໂຄງຮ່າງຂອງກົມທະຫານຊາຍແດນເພື່ອແນໃສ່ຍົກສູງວຽກງານຢ່າງມີປະສິດທິຜົນ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ຫງວຽນວັນນາມ ຕີລາຄາສູງການສົມທົບລະຫວ່າງສອງຝ່າຍໃນວຽກງານຄຸ້ມຄອງ ແລະປ້ອງກັນຊາຍແດນ, ພິເສດແມ່ນການສົມທົບກັນໃນວຽກງານຕ້ານ ແລະສະກັດກັ້ນອາດຊະຍາກຳຢ່າງມີປະສິດທິຜົນ.

ທ່ານພົນຈັດຕະວາ ຫງວຽນວັນນາມ ກໍ່ໄດ້ແນະນຳໂຄງຮ່າງ, ອົງການຈັດຕັ້ງຂອງກຳລັງທະຫານປ້ອງກັນຊາຍແດນຫວຽດນາມ; ພ້ອມທັງສະແດງຄວາມປາດຖະໜາວ່າກົມທະຫານຊາຍແດນລາວ ຈະໄດ້ຮັບການບູລະນະ, ກາຍເປັນກຳລັງແກ່ນສານໃນການປະຕິບັດໜ້າທີ່ຄຸ້ມຄອງ ແລະປ້ອງກັນຊາຍແດນຂອງລາວ; ຜ່ານນັ້ນຊ່ວຍໃຫ້ວຽກງານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ…

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຄັ້ງນີ້, ຄະນະປະຕິບັດງານຂອງກົມທະຫານຊາຍແດນລາວ ຈະໄປຢ້ຽມຢາມ, ແລກປ່ຽນບົດຮຽນວຽກງານກັບບາງກົມກອງຂອງທະຫານປ້ອງກັນຊາຍແດນຫວຽດນາມ.

 

ແປໂດຍ: ທູຮັ່ງ