ໜັງສືພິມ Vientianes Times ໄດ້ຄັດສະເໜີຂໍ້ມູນຂອງກະຊວງອຸດສາຫະກຳ ແລະການຄ້າລາວ ໂດຍໃຫ້ຮູ້, ໃນປີ 2017 ວົງເງິນແລກປ່ຽນການຄ້າສອງສົ້ນລະຫວ່າງລາວ ແລະຫວຽດນາມ ບັນລຸໄດ້ກ່ວາ 1,27 ຕື້ໂດລາສະຫະລັດ, ໃນນັ້ນ, ລາວ ນຳເຂົ້າ ຈາກຫວຽດນາມ ປະລິມານສິນຄ້າມີມູນຄ່າ 552 ລ້ານ ໂດລາສະຫະລັດ.

leftcenterrightdel
ພາບປະກອບຄັດຈາກ baoquocte.vn

ຍອດວົງເງິນການຄ້ານຳເຂົ້າ-ສົ່ງອອກຂອງລາວ ໃນປີ 2017 ເພີ່ມຂຶ້ນ 11% ເມື່ອທຽບໃສ່ກັບປີ 2016 ຂຶ້ນເຖິງ 9,345 ຕື້ ໂດລາສະຫະລັດ, ໃນນັ້ນວົງເງິນສົ່ງອອກບັນລຸໄດ້ 4,803 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 13,4% ແລະວົງເງິນນຳເຂົ້າແມ່ນ 4,542 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 7,6%.

ຕາມແຫຼ່ງຂ່າວດັ່ງກ່າວ, ໄທ, ຈີນ ແລະຫວຽດນາມ ສືບຕໍ່ແມ່ນບັນດາຄູ່ຮ່ວມມືການຄ້າ ແລະແມ່ນບັນດານັກລົງທຶນສວມບົດບາດໃຫຍ່ທີ່ສຸດຢູ່ລາວ. ຕະຫຼາດສົ່ງອອກຕົ້ນຕໍຂອງ “ປະເທດລ້ານຊ້າງ” ກໍ່ແມ່ນ ໄທ, ຈີນ, ຫວຽດນາມ. ຕະຫຼາດນຳເຂົ້າສິນຄ້າຕົ້ນຕໍຂອງ ລາວ ກໍ່ແມ່ນ  ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ສ. ເກົາຫຼີ.

ລາຍລະອຽດ, ໄທ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງລາວ ດ້ວຍວົງເງິນແລກປ່ຽນການຄ້າລະຫວ່າງສອງປະເທດໃນປີ 2017 ບັນລຸໄດ້ 5,3 ຕື້ ໂດລາສະຫະລັດ, ໃນນັ້ນ, ລາວ ສົ່ງອອກໄປຍັງຕະຫຼາດໄທ ປະລິມານສິນຄ້າມີມູນຄ່າ 2,34 ຕື້ ໂດລາສະຫະລັດ ເປັນຕົ້ນແມ່ນ: ໄຟຟ້າ, ທອງ ແລະບັນດາຜະລິດຕະພັນຈາກທອງ... ແລະນຳເຂົ້າ 2,95 ຕື້ ໂດລາສະຫະລັດ ສິນຄ້າຂອງໄທ.

ຖັດຈາກ ໄທ ແມ່ນຈີນ ດ້ວຍວົງເງິນການຄ້າສອງຝ່າຍໃນ ປີ 2017 ບັນລຸເກີນ 2 ຕື້ ໂດລາສະຫະລັດ, ໃນນັ້ນ, ລາວ ສົ່ງອອກໄປຍັງຕະຫຼາດຈີນ ບັນລຸໄດ້ 1,23 ຕື້ ໂດລາສະຫະລັດ ແລະນຳເຂົ້າປະມານ 817 ລ້ານ ໂດລາສະຫະລັດ.

 

ແປໂດຍ: ຮຸຍດົງ