ຕອນເຊົ້າວັນທີ 26 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຄະນະຕິດຕໍ່ທົ່ວປະເທດ, ທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຢູ່ ລາວ ໂດຍທ່ານພົນຈັດຕະວາ ຮວິ່ງດັກເຮືອງ, ຫົວໜ້າຄະນະຕິດຕໍ່ທົ່ວປະເທດ, ອະດີດຫົວໜ້າການເມືອງກອງບັນຊາການທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ, ເປັນຫົວໜ້າຄະນະເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕ້ອນຮັບຢ່າງສະໜິດສະໜົມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເນັ້ນໜັກເຖິງການຢ້ຽມຢາມສະໜາມຮົບເກົ່າຄືນຂອງຄະນະ, ໄດ້ດໍາເນີນໃນສະພາບທີ່ສອງພັກ, ສອງລັດຫາກໍ່ຈັດຕັ້ງສໍາເລັດປີມິດຕະພາບ, ສາມັກຄີ 2017, ຈະປະກອບສ່ວນສໍາຄັນໃນການພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານພົນຈັດຕະວາ ຮວິ່ງດັກເຮືອງ, ຫົວໜ້າຄະນະຕິດຕໍ່ທົ່ວປະເທດ. ພາບ: ສໍານັກຂ່າວສານຫວຽດນາມ


ປະຈຸບັນ, ສາຍພົວພັນ ລາວ-ຫວຽດນາມ ນັບມື້ນັບໄດ້ຮັບການພັດທະນາທັງລວງກວ້າງ ແລະລວງເລິກ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

 ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງ, ການເສຍສະຫຼະອັນສູງສົ່ງຂອງບັນດາທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານ ຫວຽດນາມ ໃນສະໄໝທີ່ປະຊາຊົນ ລາວ ດໍາເນີນບັ້ນສົງຄາມກູ້ຊາດ, ເພື່ອພື້ນຖານເອກະລາດຂອງປະເທດຊາດໃນເມື່ອກ່ອນກໍ່ຄືໃນສະໄໝປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ອວຍພອນປະຊາຊົນຫວຽດນາມ ອ້າຍນ້ອງສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດສັງຄົມນິຍົມ, ສໍາເລັດເປົ້າໝາຍສ້າງສາປະເທດກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃນອະນາຄົດ.

ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ເນັ້ນໜັກວ່າໃນໄລຍະໃໝ່ສອງປະເທດນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ່າແຕ່ສາຍພົວພັນ ຫວຽດນາມ-ລາວ ຍາມໃດກໍ່ຍັງຄົງແມ່ນສາຍພົວພັນຍຸດທະສາດ; ຢັ້ງຢືນວ່າ, ອະດີດທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງ “ທະຫານລຸງໂຮ່”, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ. ພ້ອມກັນນັ້ນທ່ານ ພົນຈັດຕະວາ ຮວິ່ງດັກເຮືອງ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ຄົນຮຸ່ນໜຸ່ມຂອງສອງປະເທດຈະສືບຕໍ່ພັດທະນາສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບດີງາມ, ມີປະສິດທິຜົນ, ສົມກັບການເສຍສະຫຼະເລືອດເນື້ອຂອງນັກຮົບປະຕິວັດຮຸ່ນຕ່າງໆຂອງສອງປະເທດ, ເພື່ອໃຫ້ປະຊາຊົນສອງປະເທດມີເງື່ອນໄຂພັດທະນາຄືໃນປະຈຸບັນ.

 

ແປໂດຍ: ຫງວຽນກຸກ