ຕອນເຊົ້າວັນທີ 9 ຕຸລາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ເຈີ່ນເດີນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ລາວ ໂດຍທ່ານພົນຕີ ຄໍາສີ ວົງຄໍາຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ລາວ ເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ ຫວຽດນາມ.

leftcenterrightdel
ທ່ານພົນໂທ ເຈີ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ  ຕ້ອນຮັບຄະນະຜູ້ແທນຫ້ອງວ່າການ ກະຊວງປ້ອງກັນປະເທດ ລາວ. ພາບ: mod.gov.vn

ທີ່ການຕ້ອນຮັບ, ທ່ານພົນໂທ ເຈີ່ນເດີນ ເນັ້ນໜັກວ່າ, ຫວຽດນາມ - ລາວ ແມ່ນສອງປະເທດມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ; ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນທີ່ສຸດ ໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ນັບມື້ນັບແທດຈິງ ແລະມີປະສິດທິຜົນ. ພິເສດ, ໃນປີ 2017, ກອງທັບ ແລະປະຊາຊົນສອງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18/7/1977 - 18/7/2017), 55 ປີ ແຫ່ງວັນສ້າງຕ້ັງສາຍພົວພັນທາງການທູດລະຫວ່າງສອງປະເທດ (05/9/1962 - 05/9/2017). ທ່ານພົນໂທ ເຈີ່ນເດີນ ຢັ້ງຢືນວ່າ, ການນໍາ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ສອງຫ້ອງວ່າການກະຊວງປ້ອງກັນປະເທດ ສອງປະເທດເພີ່ມທະວີຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດກໍ່ສ້າງ,  ແລກປ່ຽນຄະນະຜູ້ແທນ, ວຽກງານສຳເນົາເອກະສານ, ເຕັກໂນໂລຢີຂໍ້ມູນຂ່າວສານ... ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ສ່ວນທ່ານພົນຕີ ຄໍາສີ ວົງຄໍາຊາວ ໄດ້ແຈ້ງກ່ຽວກັບໝາກຜົນການພົບປະເຈລະຈາ ລະຫວ່າງຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ລາວ ກ່ອນໜ້ານັ້ນ.

ກ່ອນໜ້ານັ້ນ, ຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຈັດຕະວາ ຫງວຽນວັນບົ໊ງ, ຫົວໜ້າຫ້ອງວ່າການນຳໜ້າໄດ້ມີການພົບປະເຈລະຈາກັບ ຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ລາວ.  ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາໝາກຜົນແຫ່ງການຮ່ວມມືລະຫວ່າງຫ້ອງວ່າການກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ ແລະເປັນເອກະພາບຕໍ່ແຜນການຮ່ວມມືີໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາລະຫວ່າງຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ຫວຽດນາມ ແລະຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ລາວ. ພາບ: mod.gov.vn

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ ຢູ່ ຫວຽດນາມ ຄັ້ງນີ້, ຄະນະຜູ້ແທນຫ້ອງວ່າການກະຊວງປ້ອງກັນປະເທດ ລາວ ຈະໄປຢ້ຽມຢາມອົງການ, ກົມກອງຈໍານວນໜຶ່ງ ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ.

 

ແປໂດຍ: ທູຈາງ