ຕອນເຊົ້າວັນທີ 14 ມັງກອນ, ລົດໂອໂຕຂົນສົ່ງຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ພ້ອມກັບຂອງຂວັນບຸນເຕັດ 800 ພູດໄດ້ອອກເດີນທາງຈາກຮ່າໂນ້ຍ. ຕາມແຜນການແລ້ວ, ໃນລະຫວ່າງວັນທີ 14-17 ມັງກອນ, ຄະນະປະຕິບັດງານສົມທົບກັບກອງທຶນກຸສົນ (ກຸ່ມບໍລິສັດ Vingroup) ຈັດຕັ້ງພິທີມອບຂອງຂວັນບຸນເຕັດ 800 ພູດໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງສອງແຂວງອຽນບ໋າຍ ແລະໄທງວຽນ, ແຕ່ລະແຂວງ 400 ພູດ. ເວລາ 9 ໂມງເຊົ້າ, ຄະນະໄດ້ໄປຮອດສໍານັກງານຄະນະກໍາມະການປະຊາຊົນຕາແສງອຽນລາກ (ຟຸເລືອງ, ໄທງວຽນ) ເພື່ອມອບຂອງຂວັນ 200 ພູດໃຫ້ພໍ່ແມ່ປະຊາຊົນທຸກຍາກຢູ່ຕາແສງອຽນລາກ ແລະຟຸໂດ. ພິທີໄດ້ໄຂຂຶ້ນຢ່າງອົບອຸ່ນ, ນອກຈາກການນໍາຄະນະກໍາມະການປະຊາຊົນສອງຕາແສງຍັງມີການນໍາເມືອງຟຸເລືອງ ພ້ອມກັບຄະນະທ່ານໝໍຂອງໂຮງໝໍສູນກາງໄທງວຽນ-ຫົວໜ່ວຍຈັດຕັ້ງການໄປກວດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ບັນດາເປົ້າໝາຍໄດ້ຮັບຂອງຂວັນຈາກໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ຄົນທຸກຍາກຢູ່ຕາແສງລາປ໋ານເຕິ໊ນ, ເມືອງໝູ່ກາງຈ໋າຍ, ແຂວງອຽນບ໋າຍ. ພາບ: ຮ່ຽນຢູງ.

ກ່າວຄໍາເຫັນທີ່ພິທີມອບຂອງຂວັນ, ທ່ານນາງ ຫງວຽນທິມາຍ ເລຂາພັກເມືອງຟຸເລືອງ ໃຫ້ຮູ້ວ່າ: “ຂ້າພະເຈົ້າປາດຖະໜາວ່າເມື່ອໄດ້ຮັບບັນດາຂອງຂວັນເລັກໆນ້ອຍໆແຕ່ເຕັມໄປດ້ວຍສາຍຈິດມິດໃຈນີ້, ພໍ່ແມ່ປະຊາຊົນຈະມານະພະຍາຍາມບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ເພື່ອໃຫ້ປີ 2019 ນີ້ ອຽນລາກ ພ້ອມກັບ ຟຸໂດ ຈະບັນລຸໄດ້ມາດຕະຖານຊົນນະບົດໃໝ່”.

ເດີນທາງອອກຈາກສຳນັກງານຄະນະກໍາມະການປະຊາຊົນຕາແສງອຽນລາກ, ຕອນບ່າຍວັນດຽວກັນ, ຄະນະປະຕິບັດງານໄດ້ໄປຮອດສຳນັກງານຄະນະກໍາມະການປະຊາຊົນຕາແສງຫ໋ວງເຖື້ອງ (ນະຄອນໄທງວຽນ) ມອບຂອງຂວັນ 120 ພູດໃຫ້ພໍ່ແມ່ປະຊາຊົນທຸກຍາກຢູ່ທີ່ນີ້. ເມື່ອໄດ້ຮັບຂອງຂວັນ, ພໍ່ແມ່ປະຊາຊົນທຸກຄົນລ້ວນແຕ່ສະແດງຄວາມຕື້ນຕັນໃຈ. ຢູ່ນະຄອນໄທງວຽນ, ຄະນະປະຕິບັດງານໄດ້ມອບຂອງຂວັນ 80 ພູດໃຫ້ຄົນເຈັບປະສົບກັບຄວາມຫຍຸ້ງຍາກເປັນພິເສດທີ່ພວມປິ່ນປົວໄລຍະຍາວຢູ່ສູນມະເຮັງຄໍໜຽງ ແລະສູນເລືອດສາດ, ໂຮງໝໍສູນກາງໄທງວຽນ.

leftcenterrightdel
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ແລະກຸ່ມບໍລິສັດ Vingroup ມອບຂອງຂວັນໃຫ້ຄົນທຸກຍາກຢູ່ຕາແສງຫ໋ວງເຖື້ອງ, ນະຄອນໄທງວຽນ, ແຂວງໄທງວຽນ. ພາບ: ຮ່ຽນຢູງ.

ສິ້ນສຸດການມອບຂອງຂວັນຢູ່ໄທງວຽນ, ຄະນະປະຕິບັດງານສືບຕໍ່ເດີນທາງໄປເມືອງໝູ່ກາງຈ໋າຍ, ແຂວງອຽນບ໋າຍ. ໃນຈໍານວນຂອງຂວັນ 400 ພູດມອບໃຫ້ຄົນທຸກຍາກແຂວງອຽນບ໋າຍ, ຄະນະໄດ້ມອບຂອງຂວັນ 300 ພູດໃຫ້ 300 ຄອບຄົວທຸກຍາກຢູ່ຕາແສງປຸງລວງ ແລະລາປ໋ານເຕິ໊ນ, ຂຶ້ນກັບເມືອງໝູ່ກາງຈ໋າຍ ແລະມອບຂອງຂວັນ 100 ພູດໃຫ້ຄົນທຸກຍາກຢູ່ຕາແສງຫຼຽວໂດ, ເມືອງລູກອຽນ.

ໃນໂອກາດບຸນປີໃໝ່ປະຈໍາຊາດປີກຸນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ສົມທົບກັບກອງທຶນກຸສົນຈັດຕັ້ງການມອບຂອງຂວັນບຸນເຕັດ 1.600 ພູດໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ. ບັນດາຂອງຂວັນເຖິງວ່າຈະເລັກໆນ້ອຍໆກໍ່ຕາມແຕ່ໄດ້ລະດົມກໍາລັງໃຈພໍ່ແມ່ປະຊາຊົນຢ່າງທັນການ, ພ້ອມທັງສະແດງຈິດໃຈ “ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ” ຂອງພະນັກງານ, ນັກຮົບ, ນັກຂ່າວ, ນັກບັນນາທິການຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະກອງທຶນກຸສົນ, ສ້າງກໍາລັງໜູນເພື່ອໃຫ້ພໍ່ແມ່ປະຊາຊົນບືນຕົວຂຶ້ນໃນຊີວິດການເປັນຢູ່.

ໂດຍ: ທະນາພອນ