ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດອາຊຽນ 2020 ໃຫ້ຮູ້ວ່າ, ຫວຽດນາມ ຈະດໍາລົງຕ່ຳແໜ່ງເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2020. ເຖິງຢ່າງໃດກໍ່ຕາມ, ວຽກງານກະກຽມໄດ້ເລີ່ມຕົ້ນນັບແຕ່ຫຼາຍເດືອນມໍ່ໆມານີ້ແລ້ວ, ໃນນັ້ນມີເລື່ອງສ້າງຕັ້ງຄະນະກໍາມະການແຫ່ງຊາດອາຊຽນ 2020. ຄາດຄະເນວ່າ, ຄະນະກໍາມະການແຫ່ງຊາດອາຊຽນ 2020 ຈະຈັດຕັ້ງ 9 ວາລະປະຊຸມສາມັນນັບແຕ່ນີ້ຮອດປີ 2020 ແລະອາດສາມາດດໍາເນີນບັນດາການປະຊຸມວິສາມັນເມື່ອມີຄວາມຈໍາເປັນ. ທ່ານ ຫງວຽນກວກຢູ້ງ ກໍ່ໃຫ້ຮູ້ວ່າ “ນັ້ນແມ່ນວຽກງານຈັດຕັ້ງ, ສ່ວນກ່ຽວກັບເນື້ອໃນ, ພວກເຮົາໄດ້ດໍາເນີນການແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ນັກຊ່ຽວຊານກ່ຽວກັບອາຊຽນທັງຢູ່ພາຍໃນ ແລະຕ່າງປະເທດ ເພື່ອກໍານົດວ່າ ຫວຽດນາມ ຄວນສຸມໃສ່ເຂົ້າເນື້ອໃນໃດ, ຄວນເລືອກຫົວຂໍ້ໃດໃຫ້ປີເປັນປະທານອາຊຽນ 2020. ມາຮອດປະຈຸບັນ, ບັນດາວຽກງານນີ້ໄດ້ຮັບການຜັນຂະຫຍາຍ ແລະນໍາມາເຊິ່ງໝາກຜົນເບື້ອງຕົ້ນ. ຍັງມີເວລາ 1 ປີອີກໃຫ້ວຽກງານກະກຽມ ແລະພວກຂ້າພະເຈົ້າກໍານົດວ່າຈະເຮັດຍິ່ງໄວກໍ່ຍິ່ງດີ”.

leftcenterrightdel
ທ່ານ ຫງວຽນກວກຢູ້ງ ຕອບສຳພາດຕໍ່ສື່ມວນຊົນ. ພາບ: ຮວ່າງຫວູ.

ຕາມທ່ານ ຫງວຽນກວກຢູ້ງ ແລ້ວ, ປະຈຸບັນເລື່ອງກໍານົດຫົວຂໍ້ ແລະຈຸດສຸມບຸລິມະສິດໃຫ້ປີເປັນປະທານອາຊຽນ 2020 ຢ່າງລະອຽດພວມຢູ່ໃນໄລຍະແລກປ່ຽນຄໍາຄິດເຫັນພາຍໃນຢູ່ຫວຽດນາມ ກໍ່ຄືທາບທາມຄໍາເຫັນຈາກບັນດາປະເທດສະມາຊິກອາຊຽນ ແລະຄູ່ຮ່ວມມື. ທ່ານ ຫງວຽນກວກຢູ້ງ ເນັ້ນໜັກວ່າ “ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າເຫັນໄດ້ວ່າຫົວຂໍ້ ແລະຈຸດສຸມບຸລິມະສິດຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ຕ້ອງຕອບສະໜອງບາງມາດຖານ, ໃນນັ້ນຕ້ອງສືບທອດຊຸມປີກ່ອນ, ເປັນຕົ້ນແມ່ນປີເປັນປະທານອາຊຽນຂອງຟີລິບປິນ, ສິງກະໂປ ແລະໄທ. ພ້ອມກັນນັ້ນ, ຫົວຂໍ້ ແລະຈຸດສຸມບຸລິມະສິດຕ້ອງກົມກຽວກັບຄວາມເອົາໃຈໃສ່ລວມຂອງບັນດາປະເທດສະມາຊິກອາຊຽນ ກໍ່ຄື ບັນດາຄູ່ຮ່ວມມືຂອງອາຊຽນ, ຕອບສະໜອງ ແລະເໝາະສົມກັບຜົນປະໂຫຍດຂອງຫວຽດນາມ. ຫົວຂໍ້ຕ້ອງຕອບສະໜອງການກໍ່ສ້າງປະຊາຄົມ, ຕ້ອງຄິດໄລ່ເຖິງການພົວພັນ, ຖານະບົດບາດຂອງອາຊຽນ, ການປັບຕົວຂອງອາຊຽນໃນສະພາບພາກພື້ນ ແລະສາກົນພວມມີການປ່ຽນແປງ”.

ທ່ານ ຫງວຽນກວກຢູ້ງ ຖືວ່າ, ການຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ທັງແມ່ນຄວາມຮັບຜິດຊອບ, ທັງແມ່ນກາລະໂອກາດສໍາລັບຫວຽດນາມ. ທ່ານ ຫງວຽນກວກຢູ້ງ ເນັ້ນໜັກວ່າ “ພວກເຮົາ ກໍ່ຕ້ອງຊັກຈູງເຮັດຈັ່ງໃດເພື່ອໃຫ້ອາຊຽນ ບໍ່ພຽງແຕ່ມີຄວາມໝັ້ນຄົງເຂັ້ມແຂງພາຍໃນອາຊຽນເທົ່ານັ້ນ ຫາກຍັງຕ້ອງເພີ່ມອິດທິພົນຊື່ສຽງ, ບົດບາດຢູ່ພາກພື້ນ ກໍ່ຄື ປະກອບສ່ວນເຂົ້າບັນດາບັນຫາ ເຊິ່ງທົ່ວໂລກມີຄວາມສົນໃຈລວມອີກດ້ວຍ. ແລະນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສະແດງບົດບາດຂອງຕົນຢ່າງແນ່ນອນ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ເສີມຂະຫຍາຍຄວາມສາມາດໃນການຊັກຈູງປະຊາຄົມອາຊຽນ ແລະໂຄສະນາຮູບພາບປະເທດຊາດເພື່ອໃຫ້ພາກພື້ນ ແລະໂລກມີຄວາມເຂົ້າໃຈກວ່າກ່ຽວກັບຫວຽດນາມ”.

ທ່ານ ຫງວຽນກວກຢູ້ງ ໃຫ້ຮູ້ວ່າ, ເພື່ອໃຫ້ຫວຽດນາມ ຮັບດໍາລົງຕຳແໜ່ງເປັນປະທານອາຊຽນ 2020 ສໍາເລັດຜົນແມ່ນຕ້ອງມີຄວາມເຫັນດີເຫັນພ້ອມໃນທົ່ວລະບົບການເມືອງ, ປະຊາຊົນ ແລະປະຊາຄົມວິສາຫະກິດ. ຍ້ອນເຫດນັ້ນ, ວຽກງານໂຄສະນາຈະຕ້ອງເລີ່ມຕົ້ນຍິ່ງໄວກໍ່ຍິ່ງດີ ແລະໃນຕໍ່ໜ້າຈະມີແຜນການໂຄສະນາສັງລວມໃຫ້ທັງປີ 2019 ແລະປີ 2020.

ໂດຍ: ແສງພະຈັນ