ນັບແຕ່ໄດ້ຮັບການສ້າງຕັ້ງເມື່ອປີ 1989 ມາຮອດປັດຈຸບັນ APEC ສືບຕໍ່ຢັ້ງຢືນແມ່ນກົນໄກຮ່ວມສໍາພັນເສດຖະກິດແຖວໜ້າໃນພາກພື້ນ ແລະນໍາໜ້າໃນການຊຸກຍູ້ທ່າອ່ຽງຫັນເສດຖະກິດ, ການຄ້າ ແລະການລົງທຶນໃນພາກພື້ນ ແລະໃນໂລກເປັນເສລີ, ປະກອບສ່ວນສໍາຄັນເຂົ້າໃນການເຕີບໂຕເສດຖະກິດ ແລະຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ອາຊີ - ປາຊີຟິກ. ມາຮອດປັດຈຸບັນ, APEC ໄດ້ບັນລຸບັນດາໝາກຜົນດີເດັ່ນ ແລະແທດຈິງໃນສາມເສົາຄໍ້າຮ່ວມມືກ່ຽວກັບຄວາມເສລີດ້ານການຄ້າ ແລະການລົງທຶນ, ຄວາມສະດວກໃນການດໍາເນີນທຸລະກິດ ແລະການຮ່ວມມືດ້ານເສດຖະກິດ, ເຕັກນິກ.

ໃນສະພາວະໂລກທີ່ພວມມີການຫັນປ່ຽນຢ່າງວ່ອງໄວ ແລະເລິກເຊິ່ງ, ດ້ວຍການກະທົບຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4, ໂດຍສະເພາະແມ່ນເຕັກໂນໂລຢີດີຈີຕອນ, ເພື່ອປັບຕົວໃຫ້ເໝາະສົມກັບບັນດາການຫັນປ່ຽນຂອງໂລກ ແລະພາກພື້ນຢ່າງບໍ່ຢຸດຢັ້ງ, ປັດຈຸບັນ, APEC ພວມຜັນຂະຫຍາຍບັນດາຍຸດທະສາດ, ໂຄງການຮ່ວມມືໃຫຍ່ ລວມມີ: ຍຸດທະສາດເຕີບໂຕຄຸນນະພາບຮອດປີ 2020, ໂຄງການດໍາເນີນງານໃໝ່ກ່ຽວກັບການປະຕິຮູບໂຄງປະກອບຮອດ ປີ 2020, ວິວັດທະນາການແກ່ງແຍ້ງດ້ານບໍລິການຮອດ ປີ 2025, ແຜນການເຊື່ອມຕໍ່ສັງລວມຮອດ ປີ 2025...

leftcenterrightdel
ຫົວຂໍ້ຂອງປີ APEC 2018 ແມ່ນ “ກຳແໜ້ນບັນດາກາລະໂອກາດກວມລວມ, ເສີມຂະຫຍາຍອະນາຄົດດີຈີຕອນ”. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍບົດບາດເປັນປະເທດເຈົ້າພາບເທື່ອທໍາອິດຂອງປາປົວນິວກີເນ, ປີ APEC 2018 ມີຫົວຂໍ້ “ກຳແໜ້ນບັນດາກາລະໂອກາດກວມລວມ, ເສີມຂະຫຍາຍອະນາຄົດດີຈີຕອນ” ສຸມໃສ່ 3 ບຸລິມະສິດ: ເພີ່ມທະວີການເຊື່ອມຕໍ່ ແລະຊຸກຍູ້ການຮ່ວມສໍາພັນດ້ານເສດຖະກິດໃນພາກພື້ນ; ຊຸກຍູ້ການເຕີບໂຕກວມລວມ ແລະຍືນຍົງ; ຍູ້ແຮງການເຕີບໂຕກວມລວມຜ່ານການປະຕິຮູບໂຄງປະກອບ.

ຫວຽດນາມ ເປັນເຈົ້າການສົມທົບກັບປະເທດເຈົ້າພາບປາປົວນິວກີເນ ແລະບັນດາປະເທດສະມາຊິກອື່ນ ປະກອບຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍບັນດາໂຄງການຮ່ວມມືໄລຍະຍາວຂອງ APEC ຄື: ຊຸກຍູ້ສໍາເລັດບັນດາຄາດໝາຍ Bogor, ຜັນຂະຫຍາຍວິວັດທະນາການແກ່ງແຍ້ງດ້ານບໍລິການ APEC, ໂຄງການດໍາເນີນງານໃໝ່ APEC ກ່ຽວກັບການປະຕິຮູບໂຄງປະກອບ...; ຊຸກຍູ້ຜັນຂະຫຍາຍບັນດາໝາກຜົນສໍາຄັນຂອງປີ APEC 2017 ກ່ຽວກັບການພັດທະນາກວມລວມ, ປະຕິຮູບໂຄງປະກອບ, ວິສາຫະກິດຂະໜາດກາງ, ນ້ອຍ ແລະນ້ອຍສຸດ, ການເລີ່່ມທຸລະກິດ, ການຄ້າເອເລັກໂຕນິກຜ່ານຊາຍແດນ, ຄວາມໝ້ັນຄົງດ້ານສະບຽງອາຫານ ແລະການປ່ຽນແປງຂອງດິນຟ້າອາກາດ; ການພັດທະນາຊົນນະບົດ-ຕົວເມືອງ, ການເຊື່ອມຕໍ່ເຂດຫ່າງໄກສອກຫຼີກ, ການເຊື່ອມຕໍ່ອະນຸພາກພື້ນ ແລະຍົກສູງສິດໃຫ້ແມ່ຍິງໃນການເຄື່ອນໄຫວດ້ານເສດຖະກິດ.

ພິເສດ, ບັນດາສະມາຊິກຂອງ APEC ຕີລາຄາສູງເລື່ອງສ້າງຕັ້ງກຸ່ມວິໄສທັດ APEC ໃນເດືອນ 5 ປີ 2018 ແລະບົດບາດລິເລີ່ມຂອງຫວຽດນາມ, ເນັ້ນໜັກວ່ານີ້ແມ່ນຂີດໝາຍສໍາຄັນທີ່ກະກຽມໃຫ້ APEC ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ດ້ວຍການເຂົ້າຮ່ວມ APEC ເປັນເວລາ 20 ປີ, ພວກເຮົາເຊື່ອໝັ້ນວ່າຍາມໃດຫວຽດນາມ ກໍ່ເປັນເຈົ້າການ, ປະກອບຢ່າງຕັ້ງໜ້າເຂົ້າບັນດາຄວາມສົນໃຈລວມຂອງ APEC ກ່ຽວກັບການຮັກສາທ່າຮ່ວມມື, ເຊື່ອມຕໍ່ໃນພາກພື້ນ, ສືບຕໍ່ຊຸກຍູ້ການຜັນຂະຫຍາຍໝາກຜົນສໍາຄັນຂອງປີ APEC 2017, ເປັນຕົ້ນແມ່ນກໍ່ສ້າງວິໄສທັດ APEC ຫຼັງປີ 2020, ເຊິ່ງຜ່ານນັ້ນສືບຕໍ່ຍົກສູງຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ.

ໂດຍ: ທູຈາງ