ນັກຂ່າວ: ຂໍທ່ານນາຍົກລັດຖະມົນຕີ ຕີລາຄາກ່ຽວກັບສາຍພົວພັນ ຫວຽດນາມ-ຈີນ ໃນປັດຈຸບັນ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ: ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງໄດ້ຮັບການປັບປຸງ ແລະຮັກສາທ່າພັດທະນາໄວ້ຢ່າງຕັ້ງໜ້າ. ບັນດາການຢ້ຽມຢາມ ແລະພົບປະຂັ້ນສູງລະຫວ່າງສອງພັກ, ສອງລັດໄດ້ດຳເນີນເປັນປະຈໍາ; ຜ່ານນັ້ນ, ການນໍາສອງປະເທດບັນລຸໄດ້ຫຼາຍຄວາມຮັບຮູ້ລວມທີ່ສໍາຄັນກ່ຽວກັບການເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເລິກເຊິ່ງກວ່າອີກ.

ຜົນງານໃນການພົວພັນດ້ານການເມືອງ-ການທູດ ລະຫວ່າງຫວຽດນາມ - ຈີນ ແມ່ນປະຖົມປັດໄຈໃຫ້ແກ່ການພັດທະນາໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນຂອງສອງປະເທດ. ດ້ວຍສັນຍາຫຼາຍສະບັບ, ຂໍ້ຕົກລົງຮ່ວມມືລົງທຶນດ້ານເສດຖະກິດ ຫຼືກ່ຽວຂ້ອງເຖິງເສດຖະກິດ, ການພົວພັນດ້ານເສດຖະກິດ ຫວຽດນາມ-ຈີນ ສືບຕໍ່ມີບາດກ້າວພັດທະນາ.

ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍການປະຕິບັດບັນດາເອກະສານນິຕິກໍາກ່ຽວກັບຊາຍແດນຢູ່ເຂດດິນຕໍ່ແຜ່ນ ຫວຽດນາມ-ຈີນ, ເພີ່ມທະວີການຄຸ້ມຄອງຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຊາຍແດນ; ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ ແລະພວມຕັ້ງໜ້າຊຸກຍູ້ກົນໄກເຈລະຈາກ່ຽວກັບບັນຫາບົນທະເລ.

ບັນດາຜົນງານດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການປັບປຸງພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາຮອບດ້ານ ຫວຽດນາມ-ຈີນ ໃຫ້ໝັ້ນຄົງກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດພັດທະນາ, ຍົກສູງທີ່ຕັ້ງຂອງແຕ່ລະປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ຢູ່ຊຽງໄຮ້ (ຈີນ) ໃນວັນທີ 4 ພະຈິກ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ຫວຽດນາມ ແມ່ນ “ປະເທດເປັນກຽດ” ທີ່ໄດ້ຮັບຄໍາເຊີນເຂົ້າຮ່ວມງານຕະຫຼາດນັດໃນຄັ້ງນີ້. ສະນັ້ນ, ຂໍທ່ານນາຍົກລັດຖະມົນຕີໃຫ້ຮູ້ຫວຽດນາມ ມີຄວາມຫວັງຫຍັງແດ່ໃນການແຊກຊຶມເລິກກວ່າເຂົ້າຕະຫຼາດຈີນ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ: ຂ້າພະເຈົ້າ ຕີລາຄາສູງເລື່ອງຈີນ ຈັດຕັ້ງ CIIE 2018, ສະແດງໃຫ້ແຫັນຈິນຕະນາການຮ່ວມມືພ້ອມກັນຊະນະ, ມີຜົນປະໂຫຍດ, ສ້າງເປັນຊ່ອງສົ່ງເສີມການຄ້າໃໝ່, ສໍາຄັນ ແລະມີຂອບຂະໜາດໃຫຍ່ສໍາລັບຈີນ ແລະບັນດາຄູ່ຮ່ວມມື, ສ້າງກາລະໂອກາດເພື່ອໃຫ້ວິສາຫະກິດຈີນ ແລະປະເທດຕ່າງໆຊອກຮູ້ຂໍ້ມູນຂ່າວສານ, ຄົ້ນຄວ້າຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວສົ່ງເສີມແລກປ່ຽນການຄ້າ.

ເມື່ອເຂົ້າຮ່ວມງານຕະຫຼາດນັດດ້ວຍບົດບາດແມ່ນ “ປະເທດເປັນກຽດ”, ຫວຽດນາມ ມີໂອກາດທີ່ດີເພື່ອໂຄສະນາເຜີຍແຜ່ຮູບພາບຂອງປະເທດ, ເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວຢ່າງມີປະສິດທິຜົນ, ບັນດາວິສາຫະກິດຫວຽດນາມ ມີກາລະໂອກາດໄດ້ພົບປະ ແລະແລກປ່ຽນດ້ານການຄ້າ, ເປີດກວ້າງການຮ່ວມມືດໍາເນີນທຸລະກິດກັບບັນດາວິສາຫະກິດ, ນັກລົງທຶນຂອງຈີນ ແລະບັນດາປະເທດອື່ນໆ.

ນັກຂ່າວ: ຂໍທ່ານນາຍົກລັດຖະມົນຕີໃຫ້ຮູ້ ຫວຽດນາມ-ຈີນ ຄວນເຮັດຈັ່ງໃດເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ແລວທາງ ແລະເສັ້ນທາງ” ກັບແຜນການ “ສອງແລວທາງ, ໜຶ່ງຂອບອ້ອມເສດຖະກິດ” ເພື່ອແນໃສ່ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງຫຼາຍກວ່າອີກໃຫ້ປະຊາຊົນສອງປະເທດ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ: ຫວຽດນາມ ສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມື, ຮ່ວມສຳພັນເສດຖະກິດໃນຂອບເຂດຂໍ້ລິເລີ່ມ “ແລວທາງ ແລະເສັ້ນທາງ” ເພື່ອຈຸດປະສົງສັນຕິພາບ, ການພັດທະນາ  ແລະຄວາມວັດທະນາຖາວອນລວມໃຫ້ແກ່ບັນດາປະເທດບົນຫຼັກການເຄົາລົບ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເຄົາລົບເອກະລາດ, ອະທິປະໄຕ,  ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດເຂົ້າຮ່ວມ ກໍ່ຄືກົດໝາຍສາກົນ. ຂ້າພະເຈົ້າສະເໜີໃນໄລຍະຈະມາເຖິງສອງປະເທດຄວນສຸມໃສ່ຊຸກຍູ້ບາງບັນຫາດັ່ງລຸ່ມນີ້:

ທີໜຶ່ງ, ຕັ້ງໜ້າຊຸກຍູ້ການພັດທະນາດ້ານການຄ້າຢ່າງດຸນດ່ຽງ, ແບບຍືນຍົງ, ສ້າງຄວາມສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ, ສິນຄ້າປະເພດຕ່າງໆຂອງຫວຽດນາມ ໄດ້ນໍາເຂົ້າຕະຫຼາດຈີນໃຫ້ຫຼາຍກວ່າອີກ.

ທີສອງ, ວິສາຫະກິດຈີນ ເພີ່ມທະວີການລົງທຶນເຂົ້າບັນດາໂຄງການເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມ, ຮັບປະກັນຄຸນນະພາບ ແລະຄວາມຄືບໜ້າ.

ທີສາມ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ ແລະທ່າແຮງຂອງແຕ່ລະຝ່າຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ສໍາຜັດບັນດາແຫຼ່ງທຶນກູ້ຢືມຂອງຈີນ, ຜັນຂະຫຍາຍບ້ວງທຶນຊ່ວຍເຫຼືອຢ່າງມີປະສິດທິຜົນ.

ນັກຂ່າວ: ຂໍຂອບໃຈທ່ານນາຍົກລັດຖະມົນຕີ!

 

ໂດຍ: ທູຈາງ