ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມໃຫ້ອາຊຽນໃນ 23 ປີຜ່ານມາ ແລະບັນດາຜົນປະໂຫຍດເຊິ່ງອາຊຽນ ນຳມາໃຫ້ຫວຽດນາມ ມີຫຍັງແດ່ ?

leftcenterrightdel
ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ. ພາບ: baoquocte.vn.

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ: ກ່ອນອື່ນໝົດແມ່ນດ້ານພາວະວິໄສ, ຫວຽດນາມເຂົ້າຮ່ວມອາຊຽນແມ່ນການປະກອບສ່ວນທີ່ຍິ່ງໃຫຍ່. ເມື່ອຫວຽດນາມ ເຂົ້າຮ່ວມອາຊຽນໄດ້ເຮັດໃຫ້ຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີການປ່ຽນແປງ. ຍິ່ງໄປກວ່ານັ້ນອີກ, ຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ, ກຳລັງຄວາມສາມາດບົ່ມຊ້ອນທາງຕະຫຼາດຂອງຫວຽດນາມກໍ່ແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງ. ດ້ານອັດຕະວິໄສ, ເມື່ອເຂົ້າຮ່ວມອາຊຽນ ຫວຽດນາມເຊິ່ງເລີ່ມແຕ່ຄວາມມານະພະຍາຍາມປະຕິບັດພັນທະນັ້ນ, ປະຈຸບັນຫວຽດນາມ ໄດ້ເປັນເຈົ້າການ, ເຂົ້າຮ່ວມປະຕິບັດບັນດາຄຳໝັ້ນສັນຍາຂອງອາຊຽນຢ່າງຄົບຖ້ວນ. ໃນບາງຂົງເຂດ ຄື: ປະຕິບັດເປົ້າໝາຍຂອງປະຊາຄົມເສດຖະກິດອາຊຽນ, ຫວຽດນາມແມ່ນປະເທດຢືນຢູ່ອັນກັບທີສອງຖັດຈາກສິງກະໂປ ກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ.

ມາຮອດປະຈຸບັນ, ຫວຽດນາມມີບາງຂົງເຂດໄປນຳໜ້າ ຄື: ການປ້ອງກັນຄວາມສະຫງົບ, ການເມືອງ. ກ່ຽວກັບດ້ານເສດຖະກິດ, ໄປນຳໜ້າໃນຂົງເຂດເຊື່ອມໂຍງ, ຫວຽດນາມ ແມ່ນໜຶ່ງໃນສາມປະເທດອາຊຽນ ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP). ຫວຽດນາມ ແລະສິງກະໂປ ພວມມີຂໍ້ຕົກລົງກ່ຽວກັບຂົງເຂດການຄ້າເສລີກັບສະຫະພາບເອີລົບ. ຫວຽດນາມແມ່ນປະເທດທຳອິດທີ່ເຂົ້າຮ່ວມການຄ້າເສລີກັບພັນທະມິດເສດຖະກິດອາຊີ-ເອີລົບ. ນັ້ນແມ່ນບັນດາການປະກອບສ່ວນຂອງຫວຽດນາມໃນຕະຫຼອດ 23 ປີ ເຂົ້າຮ່ວມອາຊຽນ.

ສາມາດເວົ້າໄດ້ວ່າຜົນປະໂຫຍດຂອງຫວຽດນາມ ທີ່ເກັບມາໄດ້ເມື່ອເຂົ້າຮ່ວມອາຊຽນແມ່ນຍິ່ງໃຫຍ່ທີ່ສຸດ. ທີໜຶ່ງນັ້ນແມ່ນສະພາບແວດລ້ອມສັນຕິພາບໃນການຮ່ວມມື. ຈາກສະພາບແວດລ້ອມດັ່ງກ່າວນັ້ນຈຶ່ງມີຄວາມສະດວກໃນການພັດທະນາເສດຖະກິດ, ດຶງດູດໄດ້ການລົງທຶນ, ເປີດກວ້າງຕະຫຼາດໃຫ້ແກ່ການພັດທະນາດ້ານການຄ້າ.  ຍ້ອນເຫດນັ້ນ, ພວກເຮົາຈຶ່ງມີໄລຍະເວລາພັດທະນາເສດຖະກິດໄດ້ດີໃນຊຸມປີຜ່ານມາ. ທີສອງແມ່ນ, ຜ່ານອາຊຽນພວກເຮົາມີແຜນນະໂຍບາຍປະຕິບັດແນວທາງເຊື່ອມໂຍງເຂົ້າກັບສາກົນ. ອາຊຽນແມ່ນບາດກ້າວເດີນທຳອິດເມື່ອພວກເຮົາເຊື່ອມໂຍງເຂົ້າກັບພາຍນອກ. ຈາກອາຊຽນ ພວກເຮົາຈຶ່ງມີການຮ່ວມສຳພັນເສດຖະກິດ, ເຊື່ອມໂຍງເຂົ້າກັບເສດຖະກິດຢ່າງເລິກເຊິ່ງ. ທີສາມ, ສາມາດເວົ້າໄດ້ວ່າ, ນັ້ນແມ່ນກຳລັງແຮງລວມໝູ່, ເຂົ້າຮ່ວມອາຊຽນ, ພວກເຮົາຈຶ່ງມີກຳລັງແຮງລວມໝູ່ຜ່ານນັ້ນປົກປ້ອງຜົນປະໂຫຍດຂອງພວກເຮົາໄດ້ດີທີ່ສຸດ. ນີ້ກໍ່ແມ່ນເວທີປາໄສເພື່ອໃຫ້ພວກເຮົາເສີມຂະຫຍາຍບົດບາດ, ຮູບພາບຂອງຫວຽດນາມ, ປະກອບສ່ວນເຂົ້າຜົນປະໂຫຍດລວມຂອງພາກພື້ນກໍ່ຄືຜົນປະໂຫຍດໃນທົ່ວໂລກ.

ນັກຂ່າວ: ປະຈຸບັນ, ອາຊຽນພວມປະເຊີນໜ້າກັບບັນດາສິ່ງສະດວກ ແລະທ້າທາຍຫຍັງແດ່ ? ຫວຽດນາມພ້ອມກັບບັນດາປະເທດອາຊຽນ ຈະຮັບມືກັບບັນດາສິ່ງທ້າທາຍນັ້ນຄືແນວໃດ ?

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ: ອາດເວົ້າໄດ້ວ່າ, ມີບັນດາສິ່ງສະດວກຕໍ່ກັບບັນດາປະເທດສະມາຊິກຂອງອາຊຽນ. ພາຍຫຼັງ 50 ປີທີ່ສ້າງຕັ້ງ ແລະພັດທະນາ, ອາຊຽນບັນລຸໄດ້ບັນດາຜົນງານທີ່ຍິ່ງໃຫຍ່. ພິເສດ, ອາຊຽນ ກາຍເປັນອົງການຈັດຕັ້ງທີ່ມີຄວາມສຳເລັດໃນບັນດາດ້ານ: ການປ້ອງກັນຄວາມສະຫງົບ, ການເມືອງ, ເສດຖະກິດ ແລະວັດທະນະທຳ, ສັງຄົມ. ອາຊຽນ ກໍ່ແມ່ນອົງການຈັດຕັ້ງ, ຜ່ານ 50 ປີຖອດຖອນໄດ້ບົດຮຽນແມ່ນຕ້ອງມີຄວາມສາມັກຄີ, ເຫັນດີເປັນເອກະພາບນຳກັນຈຶ່ງພັດທະນາໄດ້. ອາຊຽນໄດ້ວາງອອກບັນດາກົນໄກໂດຍອາຊຽນ ກໍ່ສ້າງ ແລະຊັກຈູງ. ຖານະບົດບາດຂອງອາຊຽນໄດ້ຮັບການເຄົາລົບ ແລະຢັ້ງຢືນບົດບາດຂອງອາຊຽນ ຈາກບັນດາປະເທດຢູ່ພາກພື້ນນີ້ ກໍ່ຄື ບັນດາພາກພື້ນກວ້າງຂວາງບໍ່ພຽງແຕ່ຢູ່ພາກພື້ນອາຊີ-ປາຊີຟິກ ເທົ່ານັ້ນ, ຫາກຍັງທົ່ວພາກພື້ນມະຫາສະໝຸດອິນເດຍອີກດ້ວຍ.

ໄປຄຽງຄູ່ກັບບັນດາສິ່ງສະດວກນັ້ນ, ອາຊຽນ ກໍ່ປະສົບກັບບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍ. ສິ່ງທ້າທາຍທຳອິດ, ນັ້ນແມ່ນຄວາມຕັດສິນໃຈກໍ່ສ້າງປະຊາຄົມ, ວາງອອກແຜນການກໍ່ສ້າງປະຊາຄົມກໍ່ປະຕິບັດໄດ້ບໍ່ ? ໃນສະພາວະຍັງມີການຜິດດ່ຽງກ່ຽວກັບຄວາມແຕກໂຕນໃນການພັດທະນາລະຫວ່າງບັນດາປະເທດສະມາຊິກ, ຄວາມແຕກຕ່າງກັນກ່ຽວກັບຜົນປະໂຫຍດ, ໃນນ້ັນຍັງມີການປ່ຽນແປງຢ່າງແຮງໃນພາກພື້ນ ກໍ່ຄື ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ອາຊຽນປະຕິບັດໄດ້ເປົ້າໝາຍກໍ່ສ້າງປະຊາຄົມ, ຮັກສາຄວາມສາມັກຄີ, ປັດໄຈແຖວໜ້າໃນການຮັບປະ ກັນການພັດທະນາຂອງອາຊຽນ. ເຖິງວ່າອາຊຽນ ມີທີ່ຕັ້ງ ແລະບົດບາດໄດ້ຮັບຮູ້ຄືແນວນັ້ນ, ແຕ່ວ່າຕໍ່ໜ້າການແຂ່ງຂັນຢ່າງແຮງກ່ຽວກັບດ້ານຍຸດທະສາດຂອງບັນດາປະເທດໃຫຍ່, ບັນດາການປ່ຽນແປງຢ່າງແຮງຢູ່ພາກພື້ນ, ລັດທິອາລັກຂາເພີ່ມຂຶ້ນ, ອາຊຽນມີຮັກສາບົດບາດໃຈກາງໄດ້ບໍ່ ? ອາຊຽນ ມີຮັກສາໄດ້ທ່າອ່ຽງ, ບັນດາຈຸດປະສົງຂອງຕົນແມ່ນສະໜັບສະໜູນຫັນການຄ້າ, ການລົງທຶນເປັນເສລີໄດ້ບໍ່ ?

ເພື່ອແກ້ໄຂໄດ້ບັນດາສິ່ງທ້າທາຍເຫຼົ່ານັ້ນ, ຕາມຂ້າພະເຈົ້າແລ້ວ ກ່ອນອື່ນໝົດແມ່ນຄວາມຮັບຮູ້ຂອງບັນດາປະເທດທັງໝົດຕ້ອງເຫັນໄດ້ຄຸນຄ່າຂອງປະຊາຄົມ, ຄຸນຄ່າຂອງອາຊຽນສຳລັບຕົນ, ສຳລັບພາກພື້ນ ແລະສຳລັບໂລກ. ເພື່ອໃຫ້ພວກເຮົາມີຜົນປະໂຫຍດສະເພາະແຕ່ກໍ່ຕ້ອງປະກອບສ່ວນເຂົ້າຜົນປະໂຫຍດລວມ, ອາຊຽນ ຕ້ອງປະຕິບັດໄດ້ບັນດາເນື້ອໃນວາງອອກ, ຕ້ອງປະຕິບັດບັນດາຄຳໝັ້ນສັນຍາຂອງຕົນ, ຕ້ອງຮັກສາຄຸນນະທາດ, ຄວາມດຸນດ່ຽງໃນການພົວພັນກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາປະເທດໃຫຍ່.

ນັກຂ່າວ: ຫວຽດນາມ ພວມມຸ່ງໄປເຖິງປີປະທານອາຊຽນ ໃນປີ 2020. ທ່ານຮອງລັດຖະມົນຕີ ມີການຕີລາຄາແນວໃດກ່ຽວກັບປີປະທານນີ້ຂອງຫວຽດນາມ ແລະປະຈຸບັນວຽກງານກະກຽມຂອງຫວຽດນາມ ເປັນຄືແນວໃດ ?

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ: ເປັນປະທານອາຊຽນແມ່ນຄວາມຮັບຜິດຊອບ, ແມ່ນພັນທະແຕ່ກໍ່ແມ່ນກາລະໂອກາດທີ່ຍິ່ງໃຫຍ່. ໜ້າທີ່, ພັນທະແມ່ນເຮັດແນວໃດເພື່ອສືບທອດບັນດາສິ່ງທີ່ເຮັດໄດ້, ບໍ່ພຽງແຕ່ ເທົ່ານັ້ນຕ້ອງຍົກສູງຖານະບົດບາດຂອງອາຊຽນຕື່ມອີກ.

ຮັບຮູ້ໄດ້ຄວາມສຳຄັນຂອງໜ້າທີ່ນັ້ນ, ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ປີປະທານ 2020. ເພື່ອເຮັດສິ່ງດັ່ງກ່າວນັ້ນໄດ້ເປັນຢ່າງດີ, ຫວຽດນາມຄວນກະກຽມທັງພື້ນຖານວັດຖຸ, ແຫຼ່ງການເງິນ, ແຫຼ່ງຊັບພະຍາກອນມະນຸດ.

 

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ !

 

ແປໂດຍ: ແສງເພັດ