ກ່າວຄໍາເຫັນຂໍ່ານັບຮັບຕ້ອນຄະນະຜູ້ແທນຫວຽດນາມ, ທ່ານ Igor Morgulov ຮັບຮູ້ວ່າສອງຝ່າຍໄດ້ຮັກສາການເຈລະຈາດ້ານການເມືອງຢູ່ຂັ້ນສູງ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອົງການນິຕິບັນຍັດ, ບັນດາກະຊວງ, ຂະແໜງການ ແລະບັນດາອົງການຈັດຕັ້ງສັງຄົມເປັນປະຈໍາ. ຫວຽດນາມ ແລະສະຫະພັນ ລັດເຊຍ ກໍ່ສົມທົບກັນເຄື່ອນໄຫວໃນບັນດາເວທີສາກົນຢ່າງກົມກຽວ, ປົກປັກຮັກສາວິທີການສໍາຜັດຮ່ວມກັນ, ພິເສດໃນສະພາບການເມືອງທີ່ບໍ່ງ່າຍດາຍໃນປະຈຸບັນ. ການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດກໍ່ນັບມື້ນັບໄດ້ຮັບການເປີດກວ້າງ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: vov.vn.

ສ່ວນທ່ານ ບຸ່ຍແທງເຊີນ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ດໍາເນີນການເຈລະຈາຍຸດທະສາດເປັນປະຈໍາໄລຍະລະຫວ່າງ ລັດເຊຍ-ຫວຽດນາມ. ທ່ານ ບຸ່ຍແທງເຊີນ ກໍ່ເຫັນດີເປັນເອກະພາບຕໍ່ຄໍາຄິດເຫັນຕີລາຄາສາຍພົວພັນຍຸດທະສາດລະຫວ່າງສອງປະເທດຂອງທ່ານ I.Morgulov. 

ກ່ຽວກັບເນື້ອໃນດຳເນີນການເຈລະຈາຄັ້ງນີ້, ສອງຝ່າຍເຫັນດີເປັນເອກະສັນຈະສຸມໃສ່ປຶກສາຫາລືຢ່າງລະອຽດ ແລະເລິກເຊິ່ງກວ່າອີກ ເພື່ອແນໃສ່ເຫັນດີເປັນເອກະພາບຕໍ່ບັນດາການກະກຽມໃຫ້ການຢ້ຽມຢາມ ລັດເຊຍ ຂອງການນໍາຂັ້ນສູງຫວຽດນາມ ໃນທ້າຍປີນີ້.

 

ແປໂດຍ: ເກື່ອງດັ້ງ