ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ໃຫ້ຮູ້ວ່າ, ທີ່ການເຮັດວຽກກັບທ່ານ Cecilia Malstrom ຂ້າຫຼວງໃຫຍ່ການຄ້າສະຫະພາບເອີລົບ ໄດ້ດຳເນີນໃນວັນທີ 25 ມິຖຸນາ ຢູ່ນະຄອນຫຼວງ ບຣຸກແຊນ ປະເທດແບນຊິກ, ຫວຽດນາມ ແລະອີຢູ ໄດ້ເຫັນດີເປັນເອກະພາບແຍກເນື້ອໃນອາລັກຂາການລົງທຶນ (IPA) ແລະກົນໄກແກ້ໄຂການຂັດແຍ່ງກັນລະຫວ່າງລັດ ແລະນັກລົງທຶນອອກຈາກ EVFTA ເປັນສັນຍາສະເພາະຕ່າງຫາກ.

ໃນໄລຍະຈະມາເຖິງ, ອີຢູ ຄວນແປສັນຍາ EVFTA ເປັນ 24 ພາສາ. ຕໍ່ຈາກນັ້ນ, ອີຢູ ຄວນຍື່ນສະເໜີສັນຍາສະບັບນີ້ໃຫ້ສະພາເອີລົບ (ລວມມີຜູ້ຕາງໜ້າການນຳບັນດາປະເທດ ອີຢູ ເພື່ອໃຫ້ສັດຕະຍາບັນກ່ອນທີ່ລົງນາມ). ພາຍຫຼັງສຳເລັດລະບຽບການດັ່ງກ່າວ, ສອງຝ່າຍອາດຈະລົງນາມໃນສັນຍາສະບັບດັ່ງກ່າວຢ່າງເປັນທາງການ. ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ໃຫ້ຮູ້ຕື່ມອີກວ່າ, ຖ້າວ່າທຸກວຽກໄດ້ດຳເນີນໄປດ້ວຍດີສັນຍາສະບັບນີ້ຈະໄດ້ລົງນາມໃນທ້າຍປີນີ້, ທັນຍື່ນສະເໜີຕໍ່ລັດຖະສະພາເອີລົບ ແລະສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນໃນຕົ້ນປີ 2019.

leftcenterrightdel
ທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ. ພາບ: vtc.vn.

ເຖິງຢ່າງໃດກໍ່ຕາມ, ຕາມທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ແລ້ວ, ເພື່ອໃຫ້ສັນຍາໄດ້ຮັບການລົງນາມ ແລະມີຜົນສັກສິດນັ້ນ ຫວຽດນາມ ຕ້ອງພິສູດໃຫ້ເຫັນວ່າຕົນມີຄວາມສາມາດປະຕິບັດບັນດາມາດຕະຖານສູງຂອງ EVFTA, ຄື: ບັນດາບັນຫາກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ; ການກັກກັນພະຍາດສັດ ແລະພືດ; ຕ້ານການຫາປາຜິດກົດໝາຍ ແລະບາງຂົງເຂດອື່ນທີ່ກ່ຽວຂ້ອງເຖິງການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດ້ານເສດຖະກິດ-ການຄ້າ ເຊິ່ງ ອີຢູ ກໍ່ມີຄວາມສົນໃຈ.

ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ຢືນຢັນວ່າ, ເມື່ອ EVFTA ມີຜົນສັກສິດ, ບັນດາປະເພດສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດ ອີຢູ ຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. “ອາດເວົ້າໄດ້ວ່າ, 100% ສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດອີຢູ ຈະໄດ້ລົບລ້າງພາສີນຳເຂົ້າເມື່ອສົ່ງອອກໄປຍັງຕະຫຼາດ ອີຢູ ໃນທັນທີພາຍຫຼັງສັນຍາມີຜົນສັກສິດ. ປະຈຸບັນຫາກໍ່ມີພຽງແຕ່ກວ່າ 42% ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອີຢູ ໄດ້ຊົມໃຊ້ອັດຕາພາສີ 0% ຕາມໂຄງການບູລິມະສິດພາສີ (GSP). ເຖິງຢ່າງໃດກໍ່ຕາມ, ໃນໄລຍະຈະມາເຖິງ, ເມື່ອ ຫວຽດນາມ ບັນລຸໄດ້ລະດັບການພັດທະນາເສດຖະກິດໃດໜຶ່ງ GSP ຈະບໍ່ມີອີກແລ້ວ. ຖ້າວ່າ FTA ບໍ່ມີຜົນສັກສິດໄວນັ້ນວິສາຫະກິດຂອງຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກໃນການແກ່ງແຍ້ງຢູ່ຕະຫຼາດ ອີຢູ.

ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ອະທິບາຍວ່າ, ດ້ວຍຄຳໝັ້ນສັນຍາລົບລ້າງພາສີນຳເຂົ້າເຖິງ 99%  ແລະມູນຄ່າດ້ານການຄ້າ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ, ໂອກາດເພີ່ມການສົ່ງອອກໃຫ້ບັນດາສິນຄ້າຂອງຫວຽດນາມ ທີ່ມີທ່າແຮງຄື: ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ສິນໃນນ້ຳແມ່ນຫຼາຍພໍສົມຄວນ. “ບັນດາສິນຄ້າກ່ອນໜ້ານັ້ນພວກເຮົາຍັງບໍ່ທັນສົ່ງອອກເທື່ອຍ້ອນຮົ້ວກີດຂວາງດ້ານພາສີຍັງສູງຢູ່, ແຕ່ວ່າປະຈຸບັນພວກເຮົາອາດຈະສຳຜັດກັບຕະຫຼາດອີຢູ ດ້ວຍລາຄາແກ່ງແຍ້ງກວ່າ”.

EVFTA  ກໍ່ວາງອອກບັນດາສິ່ງທ້າທາຍສຳລັບຫວຽດນາມ. ຕາມນັ້ນ, ຫວຽດນາມຕ້ອງໃຫ້ຄຳໝັ້ນສັນຍາເປີດປະຕູຕະຫຼາດດ້ວຍສິນຄ້າ, ການບໍລິການໃຫ້ອີຢູ, ສ້າງກຳລັງກົດດັນແກ່ງແຍ້ງໃຫ້ພື້ນຖານເສດຖະກິດ, ວິສາຫະກິິດ ແລະສິນຄ້າ, ການບໍລິການພາຍໃນປະເທດ, ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນກຳລັງກົດດັນແກ່ງແຍ້ງປອດໃສ, ມີການເລືອກເຟັ້ນ ແລະຕາມຂັ້ນຕອນທີ່ເໝາະສົມ.

ສຳຄັນກວ່າ, ຍ້ອນໂຄງປະກອບເສດຖະກິດຂອງ ອີຢູ ແລະຫວຽດນາມ ມີລັກສະນະເພີ່ມເຕີມໃຫ້ກັນສູງທີ່ສຸດ, ບໍ່ສູ້ຢັນໂດຍກົງສະນັ້ນຄາດຄະເນວ່າກຳລັງກົດດັນແກ່ງແຍ້ງຈະບໍ່ຫຼາຍ. ຄຽງຂ້າງກັນນັ້ນ, ສັນຍາ EVFTA  ລວມມີບັນດາຂໍ້ກຳນົດ, ກົດລະບຽບທີ່ເຄັ່ງຄັດກ່ຽວກັບລະບຽບການລົງທຶນ, ພາສີ, ຫັນການຄ້າ, ມາດຕະຖານເຕັກນິກ, ບັນດາມາດຕະການກັກກັນພະຍາດສັດ ແລະພືດ, ລິຂະສິດທາງປັນຍາ, ການຊື້ຂາຍຂອງລັດຖະບານ, ການພັດທະນາແບບຍືນຍົງເປັນສະດວກ... ປະຕິບັດບັນດາຂໍ້ກຳນົດນີ້ຢ່າງຄົບຖ້ວນຮຽກຮ້ອງໃຫ້ມີການປະຕິຮູບລະບົບນິຕິກຳຂອງຫວຽດນາມ.

ໂດຍຢັ້ງຢືນບັນດາທ່າແຮງຂອງ EVFTA  ນຳມາໃຫ້ຫວຽດນາມ, ແຕ່ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ເນັ້ນໜັກວ່າ, ມີຄວາມແຕກຕ່າງກັນກ່ຽວກັບການກະກຽມລະຫວ່າງບັນດາວິສາຫະກິດຂອງຫວຽດນາມ ເພື່ອຕ້ອນຮັບສັນຍາສະບັບນີ້. ບັນດາວິສາຫະກິດຂະໜາດໃຫຍ່ເບິ່ງຄືວ່າມີການກະກຽມດີກວ່າເມື່ອທຽບໃສ່ກັບບັນດາວິສາຫະກິດຂະໜາດກາງ ແລະນ້ອຍ. ບັນດາວິສາຫະກິດສົ່ງອອກເບິ່ງຄືວ່າມີຄວາມຕັ້ງໜ້າກວ່າເມື່ອທຽບໃສ່ກັບບັນດາວິສາຫະກິດຖືກແກ່ງແຍ້ງຈາກ ອີຢູ ພາຍຫຼັງສັນຍາໄດ້ຮັບການລົງນາມ.

ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ຖືວ່າ, ເພື່ອຂຸດຄົ້ນຜົນປະໂຫຍດ ເຊິ່ງສັນຍາສະບັບນີ້ນຳມາໃຫ້ຢ່າງສຸດຂີດນັ້ນ, ບັນດາວິສາຫະກິດຫວຽດນາມ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະນ້ອຍ, ຄວນເປັນເຈົ້າການຄົ້ນຄວ້າຂໍ້ມູນຂ່າວສານເພື່ອມີການກະກຽມຢ່າງຕັ້ງໜ້າ. ເລື່ອງກະກຽມຄວນໄດ້ດຳເນີນຢ່າງຮອບດ້ານນັບແຕ່ການຄົ້ນຄວ້າກາລະໂອກາດ, ສິ່ງທ້າທາຍຂອງຕະຫຼາດອີຢູ ຕະຫຼອດຮອດບັນດາມາດຕະການຄື: ຍົກສູງຄຸນນະພາບ, ຮູບແບບຂອງຜະລິດຕະພັນ; ເສີມຂະຫຍາຍທ່າແຮງແກ່ງແຍ້ງ, ເພື່ອຊົມໃຊ້ບູລິມະສິດຈາກສັນຍາດັ່ງກ່າວ, ວິສາຫະກິດຄວນຮັບປະກັນຜະລິດຕະພັນຂອງຕົນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການກ່ຽວກັບລະບຽບຫຼັກການແຫຼ່ງກຳເນີດ, ມາດຕະຖານເຕັກນິກ ແລະຫຼັກການສຸຂະອະນາໄມສັດ, ພືດຂອງອີຢູ.

 

ແປໂດຍ: ຮຸຍດົງ