ກອງປະຊຸມສໍາມະນາໄດ້ຮັບບົດປະກອບຄໍາເຫັນກວ່າ 100 ບົດຂອງບັນດານັກວິທະຍາສາດ, ນັກຄຸ້ມຄອງ ແລະເຄື່ອນໄຫວດ້ານການເມືອງພາຍໃນປະເທດ, ເຊິ່ງສຸມໃສ່ເຂົ້າບັນດາເນື້ອໃນໃຫຍ່ຄື: ບັນດາມໍລະດົກທີ່ຍິ່ງໃຫຍ່ ແລະການປະກອບສ່ວນຂອງກາກມາກ ສໍາລັບປະຫວັດສາດມວນມະນຸດ, ພະລັງຊີວິດຂອງລັດທິມາກໃນຍຸກສະໄໝປັດຈຸບັນ, ບັນດາບົດຮຽນໝູນໃຊ້ລັດທິມາກໃນປະຫວັດສາດ, ຄົ້ນຄວ້າ ແລະໝູນໃຊ້ລັດທິມາກຢູ່ຫວຽດນາມ ໃນສະພາບການໃໝ່.

leftcenterrightdel
ກອງປະຊຸມສໍາມະນາວິທະຍາສາດ “ກາກມາກ ແລະຍຸກສະໄໝປັດຈຸບັນ”. ພາບ: vovworld.vn.

ຢູ່ຫວຽດນາມ, ຜ່ານ 30 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເອົາລັດທິມາກ-ເລນິນ ແລະແນວຄິດ ໂຮ່ຈິມິນ ເປັນພື້ນຖານໄດ້ຮັບບັນດາໝາກຜົນອັນໃຫຍ່ຫຼວງທາງດ້ານເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ, ບັນດາມໍລະດົກດ້ານແນວຄິດຂອງກາກມາກ ສືບຕໍ່ໄດ້ສືບທອດ, ເສີມຂະຫຍາຍ ແລະທະວີຄູນໃນເງື່ອນໄຂປະຫວັດສາດໃໝ່. ໜຶ່ງໃນບັນດາປັດໄຈພື້ນຖານສ້າງການປ່ຽນແປງນີ້ ແມ່ນພັກກອມມູນິດຫວຽດນາມ ໄດ້ມານະອົດທົນ, ຢືດໝັ້ນຕໍ່ກັບລັດທິມາກ-ເລນິນ ໃນວິວັດການປ່ຽນແປງໃໝ່, ໃນນັ້ນໄດ້ໝູນໃຊ້ ແລະພັດທະນາມໍລະດົກຂອງລັດທິມາກເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝຢ່າງມີຫົວຄິດປະດິດສ້າງ, ສ້າງບັນດາບຸກທະລຸໃນເສດຖະກິດຕະຫຼາດ, ກໍ່ສ້າງປັບປຸງພັກ, ນໍາພາລະກິດແຫ່ງການປະຕິວັດຫວຽດນາມ ສືບຕໍ່ກ້າວຂຶ້ນຕາມການກໍານົດທິດສັງຄົມນິຍົມ.

 

ແປໂດຍ: ກວຽດເຕີມ