ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ບັນດາໝາກຜົນພົ້ນເດັ່ນໃນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ?

ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ: ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ໃນຫຼາຍດ້ານ. ບາງໝາກຜົນພົ້ນເດັ່ນຄື:

ທີໜຶ່ງ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,  ເປັນຕົ້ນແມ່ນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ; ກໍ່ສ້າງອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ, ຮັກສາບົດບາດເປັນໃຈກາງໃນບັນດາໂຄງປະກອບພາກພື້ນ. ສອງຝ່າຍໄດ້ແບ່ງປັນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບທະເລຕາເວັນອອກ ແມ່ນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ...

ທີສອງ, ການຢ້ຽມຢາມໄດ້ສ້າງຂອບເຂດຮ່ວມສຳພັນໃໝ່ໃນສະພາບການທີ່ພື້ນຖານເສດຖະກິດ ຫວຽດນາມ ແລະສິງກະໂປ ພວມຢູ່ໃນໄລຍະພັດທະນາໃໝ່, ລະດັບເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງເຂົ້າກັບເສດຖະກິດພາກພື້ນ ກໍ່ຄື ສາກົນ, ເປັນຕົ້ນແມ່ນໄດ້ພ້ອມກັບບັນດາປະເທດສະມາຊິກ ລົງນາມໃນສັນຍາ CPTPP ແລະພວມຕັ້ງໜ້າເຈລະຈາບັນດາສັນຍາ/ຂໍ້ຕົກລົງ ການຮ່ວມມືກັບພາກພື້ນອື່ນຄື RCEP, ບັນດາ FTAs ຫຼາຍສະບັບ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບການນໍາບັນດາບໍລິສັດນາໆຊາດ ໃນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ.

ທີສາມ, ແມ່ນການຢືນຢັນຄືນໃໝ່ຢ່າງແຮງຂອງລັດຖະບານກ່ຽວກັບນະໂຍບາຍສໍາລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນການເຄົາລົບນັບຖື, ສົ່ງເສີມບັນດາປັນຍາຊົນ, ນັກຊ່ຽວຊານຫວຽດນາມ ຢູ່ຕ່າງປະເທດປະກອບສ່ວນສ້າງນະໂຍບາຍພັດທະນາປະເທດຊາດ ແລະບັນດາມາດຕະການແນໃສ່ໜູນຊ່ວຍນັກສຶກສາກັບມາເລີ່ມທຸລະກິດ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ສາມາດໃຫ້ຮູ້ໃນຂົງເຂດເຊື່ອມຕໍ່ສອງພື້ນຖານເສດຖະກິດ ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມືຢູ່ຂົງເຂດໃດແດ່?

ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ: ຈຸດພົ້ນເດັ່ນຂອງການຢ້ຽມຢາມແມ່ນສ້າງຂອບເຂດການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງລັດຖະບານກັບວິສາຫະກິດ ແລະວິສາຫະກິດ-ວິສາຫະກິດສອງປະເທດ. ສອງຝ່າຍໄດ້ລົງນາມໃນເອກະສານ, ຂໍ້ຕົກລົງການຮ່ວມມືຢ່າງລະອຽດກວ່າ 20 ສະບັບໃນບັນດາຂົງເຂດມີມູນຄ່າເກືອບ 3 ຕື້ໂດລາສະຫະລັດ ຄື: ກະສິກໍາ, ການບິນ, ການແຜນຜັງຕົວເມືອງ.

ໃນຂອບເຂດການຢ້ຽມຢາມ, ນາຍົກລັດຖະມົນຕີ ແລະບັນດາວິສາຫະກິດຫວຽດນາມ ມີໂອກາດຊອກຮູ້ຕະຫຼາດ, ກາລະໂອກາດດໍາເນີນທຸລະກິດ ແລະລົງນາມໃນບັນດາຂໍ້ຕົກລົງການຮ່ວມມືໃໝ່... ການຢ້ຽມຢາມໄດ້ເປີດກວ້າງປະຕູຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ເລີ່ມທຸລະກິດ, ທ່າກຳປັ່ນທະເລ ແລະ logistics ລະຫວ່າງສອງປະເທດເຊິ່ງ ສິງກະໂປ ມີທ່າແຮງນຳໜ້າ ແລະຫວຽດນາມ ພວມມີຄວາມຕ້ອງການໝູນໃຊ້ເພື່ອພັດທະນາ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະການນໍາບັນດາປະເທດອາຊຽນ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32. ພາບ: baochinhphu.vn.

ນັກຂ່າວ: ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້, ບັນດາການນໍາໄດ້ແລກປ່ຽນກ່ຽວກັບການປະຕິວັດອຸດສາຫະກຳ 4.0 ແລະເຄືອຂ່າຍບັນດານະຄອນ ອາຊຽນ ສະຫຼາດ. ສະນັ້ນບັນດາການນໍາໄດ້ຍົກອອກບັນດາກໍານົດທິດຫຍັງແດ່, ຮຽນທ່ານຮອງລັດຖະມົນຕີ?

ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ:  ການປະຕິວັດອຸດສາຫະກຳ 4.0 ໄດ້ເປີດອອກຫຼາຍກາລະໂອກາດ, ພ້ອມກັນນັ້ນກໍ່ວາງອອກສິ່ງທ້າທາຍສໍາລັບອາຊຽນ. ເພື່ອປັບຕົວໃຫ້ເໝາະສົມກັບທ່າອ່ຽງໃໝ່, ບັນດາການນໍາຖືວ່າ ອາຊຽນ ຄວນຮັບປະກັນລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງ, ໝູນໃຊ້ກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0 ຢ່າງສຸດຂີດ.

ເຄືອຂ່າຍບັນດານະຄອນ ອາຊຽນ ສະຫຼາດ (ASCN) ແນໃສ່ຫັນຫົວຂໍ້ບູລິມະສິດຂອງປີ ດ້ວຍຈຸດປະສົງເຊື່ອມຕໍ່ກັບບັນດາຕົວເມືອງໃນພາກພື້ນອາຊຽນ ເປັນລະອຽດ, ຊຸກຍູ້ຫັນເປັນຕົວເມືອງສະຫຼາດ ຜ່ານການໝູນໃຊ້ເຕັກໂນໂລຢີໃໝ່ ແລະຍົກສູງທັກສະຄຸ້ມຄອງຕົວເມືອງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ, ທີ່ກອງປະຊຸມຄັ້ງນີ້, ບັນດາການນໍາອາຊຽນ ມີທັດສະນະຄືແນວໃດກ່ຽວກັບສະພາບການທະເລຕາເວັນອອກ ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)?

ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ: ບັນດາການນໍາອາຊຽນ ສືບຕໍ່ຢືນຢັນເຖິງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດ ແລະຄວາມຮັບຜິດຊອບລວມຂອງບັນດາປະເທດຢູ່ພາກພື້ນ. ໃຫ້ຂໍ້ສັງເກດວ່າສະພາບການຢູ່ທະເລຕາເວັນອອກຕົວຈິງຍັງມີການຜັນແປຢ່າງສັບສົນ, ບັນດາການນໍາ ເນັ້ນໜັກວ່າ ອາຊຽນ ຄວນ ສາມັກຄີ, ສືບຕໍ່ເຊີດຊູຫຼັກໝັ້ນ ແລະບັນດາຫຼັກການລວມໄດ້ເຫັນດີເປັນເອກະພາບກ່ຽວກັບທະເລຕາເວັນອອກຄື: ຮັບປະກັບຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ.

ນັກຂ່າວ:  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບັນດາການປະກອບສ່ວນຢ່າງລະອຽດ ຄືແນວໃດແດ່ຢູ່ກອງປະຊຸມ, ຮຽນທ່ານຮອງລັດຖະມົນຕີ?

ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ:  ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາວາລະປຶກສາຫາລື ແລະປະກອບສ່ວນສ້າງເອກະສານຂອງກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມສະໜັບສະໜູນຢ່າງສູງຕໍ່ຫົວຂໍ້ ແລະບັນດາບູລິມະສິດຂອງອາຊຽນປີ 2018, ແບ່ງປັນບາງທິດທາງເພີ່ມທະວີການຮ່ວມມື ອາຊຽນ ແລະກັບບັນດາຄູ່ຮ່ວມມືບົນຈິດໃຈເສີມຂະຫຍາຍສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະການມີຫົວຄິດປະດິດສ້າງຂອງອາຊຽນ.

 

ແປໂດຍ: ເຈິ່ນຮວ່ຽນ