ນີ້ແມ່ນໝາກຜົນຂອງການຂົນຂວາຍປະດິດແຕ່ງບົດປະພັນສີລະປະວັນນະຄະດີ ກ່ຽວກັບ “ນໍ້າໃຈສາມັກຄີຮ່ວມສຳພັນສູ້ຮົບສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ” ເຊິ່ງໄດ້ປຸກລະດົມນັບແຕ່ປີ 2017, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກໍາປູເຈຍ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ. ເຂົ້າຮ່ວມພິທີມອບລາງວັນ ມີທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາການຂົນຂວາຍ ແລະທ່ານຈອມພົນ Neang Phat, ລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດກໍາປູເຈຍ, ຫົວໜ້າຄະນະຈັດຕັ້ງປຸກລະດົມຂະບວນການ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນວຽດນາມ, ຫົວໜ້າຄະນະຊີ້ນໍາການຂົນຂວາຍມອບລາງວັນໃຫ້ແກ່ບັນດາບຸກຄົນ, ກົມກອງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຕີລາຄາສູງຕໍ່ເລື່ອງກອງທັບລາດຊະວົງ ກໍາປູເຈຍ ໄດ້ປຸກລະດົມການຂົນຂວາຍປະດິດແຕ່ງສິລະປະໃນທົ່ວກອງທັບ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດານາຍພົນ ແລະນາຍທະຫານ, ນັກສິລະປິນ ຢູ່ບັນດາກົມກອງໃນກອງທັບ. ບັນດານັກປະພັນ ໄດ້ປະດິດແຕ່ງບົດປະພັນຫຼາຍບົດທີ່ມີຄຸນນະພາບສູງນັບທັງດ້ານແນວຄິດ, ເນື້ອໃນ ແລະສິລະປະ. ເຂົ້າຮ່ວມການຂົນຂວາຍປະດິດແຕ່ງບົດປະພັນສິລະປະວັນນະຄະດີກ່ຽວກັບ “ນໍ້າໃຈສາມັກຄີຮ່ວມສຳພັນສູ້ຮົບສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ” ມີບຸກຄົນທີ່ສັງກັດບັນດາກົມກອງໃນກອງທັບລາດຊະວົງກໍາປູເຈຍ 270 ຄົນ.

ທີ່ພິທີ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານຈອມພົນ Neang Phat ໄດ້ມອບໃບຢັ້ງຢືນຍ້ອງຍໍ ແລະໃບຍ້ອງຍໍ ໃຫ້ແກ່ບັນດານັກປະພັນ ແລະກຸ່ມນັກປະພັນຂອງກອງທັບລາດຊະວົງກໍາປູເຈຍ, ໃນນັ້ນມີນັກປະພັນ 5 ຄົນໄດ້ຮັບລາງວັນ A; ນັກປະພັນ 9 ຄົນໄດ້ຮັບລາງວັນ B; ນັກປະພັນ 13 ຄົນໄດ້ຮັບລາງວັນ C ແລະນັກປະພັນ 16 ຄົນໄດ້ຮັບລາງວັນຊົມເຊີຍ.

 

ແປໂດຍ: ກວຽດເຕີມ