ພ້ອມທັງຕີລາຄາສູງຂໍ້ລິເລີ່ມຂອງການນໍານະຄອນຫຼວງ ພະນົມເປັນ  ກ່ຽວກັບການຈັດສົ່ງບັນດາການນໍາໜຸ່ມຂອງນະຄອນຫຼວງ ພະນົມເປັນ ມານະຄອນ ໂຮ່ຈິມິນ ເພື່ອແລກປ່ຽນ, ຖອດຖອນບົດຮຽນໃນການຄຸ້ມຄອງ ແລະພັດທະນາຕົວເມືອງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັັກວ່າ: ນະຄອນ ໂຮ່ຈິມິນ ຍາມໃດກໍ່ຖືເປັນສໍາຄັນ ແລະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ, ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງກໍາປູເຈຍ, ໃນນັ້ນມີນະຄອນຫຼວງ ພະນົມເປັນ. ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈິມິນ ປາດຖະໜາຢາກຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືກັບນະຄອນຫຼວງ ພະນົມເປັນ ກວ່າອີກໃນບັນດາຂົງເຂດ ຄື: ການທ່ອງທ່່ຽວ, ອຸດສາຫະກໍາ, ຄົມມະນາຄົມ-ຂົນສົ່ງ...

ທ່ານ Khuong Sreng ໃຫ້ຮູ້ວ່າ, ນະຄອນຫຼວງ ພະນົມເປັນ ປາດຖະໜາຢາກຈັດສົ່ງການນໍາບັນດາເມືອງຂອງນະຄອນຫຼວງ ພະນົມເປັນ ມານະຄອນ ໂຮ່ຈິມິນ ເພື່ອຮໍ່າຮຽນ, ຮ່ວມມືໃນການຄຸ້ມຄອງ, ກໍ່ສ້າງຕົວເມືອງຄື: ພື້ນຖານໂຄງລ່າງຄົມມະນາຄົມ, ບຳບັດຂີ້ເຫຍື້ອ.

 

ແປໂດຍ: ທູຈາງ