ຂໍແນະນໍາເນື້ອໃນບົດຕອບສຳພາດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ.

The Times of India, The Economic Times, PTI: ອິນເດຍ ແລະຫວຽດນາມ ຫາກໍ່ຜ່ານປີມິດຕະພາບສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ 1 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາແນວໃດກ່ຽວກັບການພົວພັນລະຫວ່າງອິນເດຍ ແລະຫວຽດນາມ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ:  ຫວຽດນາມ ແລະອິນເດຍ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານດ້ວຍຫຼາຍຈຸດຄ້າຍຄືກັນກ່ຽວກັບດ້ານປະຫວັດສາດ, ວັດທະນະທໍາ, ໂດຍປະທານ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ Jawaharlal Nehru ວາງພື້ນຖານ ແລະການນໍາ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ. ສອງຊາດຍາມໃດກໍ່ແບ່ງປັນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາ, ພັດທະນາປະເທດຊາດໃນປະຈຸບັນ...

ໃນປີມິດຕະພາບ 2017, ສອງປະເທດໄດ້ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 10 ປີແຫ່ງວັນຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ. ສອງຝ່າຍກໍ່ຜັນຂະຫຍາຍການປະຕິບັດບັນດາກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ສ້າງຄວາມສະດວກຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ໃນນັ້ນມີໂຄງການດໍາເນີນງານໄລຍະ 2017 - 2020.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ. ພາບ: ສໍານັກຂ່າວສານຫວຽດນາມ.

PTI: ຂໍທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ແງ່ຫວັງການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ແລະອິນເດຍ ເປັນແນວໃດ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ:  ອິນເດຍ ສືບຕໍ່ແມ່ນໜຶ່ງໃນ 10 ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນການຄ້າສອງຝ່າຍເພີ່ມຂຶ້ນສະເລ່ຍ 16% ຕໍ່ປີ ໃນຮອບເວລາ 10 ປີຜ່ານມາ. ຫຼາຍກຸ່ມບໍລິສັດໃຫຍ່ຂອງອິນເດຍ ໄດ້ ແລະພວມຍູ້ແຮງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ. ອິນເດຍ ສະຫງວນບັນດາບຸລິມະສິດໃຫ້ແກ່ຫວຽດນາມ ໃນການຮ່ວມມືພັດທະນາ ແລະການສຶກສາ - ບໍາລຸງສ້າງ; ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ…

ບໍ່ພຽງແຕ່ໃນຂອບເຂດການຮ່ວມມືສອງຝ່າຍເທົ່ານັ້ນ, ສອງຝ່າຍຍັງສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ຫວຽດນາມ ຊົມເຊີຍບັນດາຄວາມມານະພະຍາຍາມ ແລະຄຳໝັ້ນສັນຍາຢ່າງແຮງຂອງອິນເດຍ ໃນການຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ເພີ່ມທະວີການເຊື່ອມຕໍ່, ຮ່ວມມືພັດທະນາກັບອາຊຽນ. ດ້ວຍບົດບາດເປັນປະເທດປະສານງານການພົວພັນອາຊຽນ - ອິນເດຍ ໃນໄລຍະ 2015 – 2018, ຫວຽດນາມ ຕັ້ງໜ້າຮ່ວມມືກັບອິນເດຍ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງອິນເດຍ ແລະບັນດາປະເທດອາຊຽນ.

The Economic Times: ຮຽນທ່ານປະທານປະເທດ ເຈີ່ນດ້າຍກວາງ, ຂໍທ່ານໃຫ້ຮູ້ບັນດາຂົງເຂດໃໝ່ເຊິ່ງຫວຽດນາມ ພວມຊອກຫາການລົງທຶນຈາກອິນເດຍ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ:  ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າຫວຽດນາມ - ອິນເດຍ ແມ່ນໜຶ່ງໃນບັນດາຂົງເຂດທີ່ມີບາດກ້າວພັດທະນາຢ່າງວ່ອງໄວໃນໄລຍະຜ່ານມາ, ພິເສດແມ່ນນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2007 ແລະຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2016.

ຫວຽດນາມ ປາດຖະໜາວ່າບັນດານັກລົງທຶນອິນເດຍ ເພີ່ມທະວີການລົງທຶນເຂົ້າຕະຫຼາດຫວຽດນາມ ຢ່າງແຮງກວ່າ, ນຳອິນເດຍ ກາຍເປັນໜຶ່ງໃນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ ກໍ່ຄືນໍາວົງເງິນການຄ້າສອງຝ່າຍຂຶ້ນເຖິງ 15 ຕື້ໂດລາສະຫະລັດໃນປີ 2020.

ພ້ອມກັນນັ້ນ, ສອງຝ່າຍຄວນສ້າງຕັ້ງກົນໄກເຈລະຈາລະຫວ່າງວິສາຫະກິດກັບວິສາຫະກິດ ແລະລະຫວ່າງວິສາຫະກິດກັບລັດຖະບານ, ສ້າງເວທີປາໄສເພື່ອແບ່ງປັນຄວາມເອົາໃຈໃສ່, ຍຸດທະສາດ ແລະວິໄສທັດກ່ຽວກັບການຮ່ວມມືພັດທະນາ. ວິສາຫະກິດສອງປະເທດກໍ່ຄວນເປັນເຈົ້າການ, ຂ້ຽວຂາດໃນການຊຸກຍູ້ການຮ່ວມມື.

The Times of India, The Economic Times: ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາຄືແນວໃດກ່ຽວກັບນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍ ກໍ່ຄືຄວາມສໍາຄັນຂອງນະໂຍບາຍນີ້ສໍາລັບຫວຽດນາມ ແລະພາກພື້ນອາຊຽນ ?

ທ່ານປະທານປະເທດ ເຈີ່ນດ້າຍກວາງ:  ຫວຽດນາມ ຢັ້ງຢືນຫຼາຍເທື່ອກ່ຽວກັບການສະໜັບສະໜູນອິນເດຍ ຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຢ່າງແຮງ ແລະສວມບົດບາດຢ່າງຕັ້ງໜ້າກວ່າເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ເລື່ອງຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອິນເດຍ ເລິກເຊິ່ງກວ່າອີກ, ຕອບສະໜອງຜົນປະໂຫຍດແທດຈິງຂອງທັງສອງຝ່າຍກໍ່ຄືຊຸກຍູ້ການສ້າງໂຄງປະກອບພາກພື້ນແບບຍືນຍົງ, ກວມລວມບົນພື້ນຖານກົດໝາຍສາກົນ, ປະກອບສ່ວນຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ຫວຽດນາມ ແລະອາຊຽນ ຈະຮ່ວມມືຢ່າງແໜ້ນແຟ້ນກັບອິນເດຍ ໃນຂົງເຂດຕ່າງໆເພື່ອພ້ອມກັນມຸ່ງໄປເຖິງເປົ້າໝາຍລວມເພື່ອອະນາຄົດອັນສົດໃສຂອງມະຫາສະມຸດອິນເດຍ-ອາຊີ-ປາຊີຟິກ.

The Times of India, The Economic Times, PTI : ຂໍຂອບໃຈທ່ານປະທານປະເທດ ເຈີ່ນດ້າຍກວາງ !.

 

ແປໂດຍ: ເຈິ່ນຮວ່ຽນ