ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປິຕິຊົມຊື່ນໄດ້ຕ້ອນຮັບບັນດາຜູ້ແທນຄະນະບໍລິຫານງານສະພາສັນຕິພາບໂລກກົງກັບເວລາປະຫວັດສາດເມື່ອໂລກຫາກໍ່ສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ ຍິ່ງໃຫຍ່.

leftcenterrightdel
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບບັນດາຜູ້ແທນມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາສັນຕິພາບໂລກ. ພາບ: ຈ໋ຽນທັ໋ງ

ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ, ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການຊ່ວຍເຫຼືອອັນລໍ້າຄ່າເຊິ່ງສະພາສັນຕິພາບໂລກ ແລະບັນດາອົງການຈັດຕັ້ງ, ປະເທດສະມາຊິກໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນຫຼາຍທົດສະວັດຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ. ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍແນວທາງການພົວພັນຕ່າງປະເທດສັນຕິພາບ, ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນເພື່ອສັນຕິພາບ, ສະຖຽນລະພາບໃນໂລກ.

ທ່ານນາງປະທານສະພາແຫ່ງຊາດ ແບ່ງປັນວ່າ, ຫວຽດນາມຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາອົງການຈັດຕັ້ງສາກົນເຊິ່ງຫວຽດນາມ ເປັນສະມາຊິກ ຫຼື ເຂົ້າຮ່ວມ, ປະກອບສ່ວນພ້ອມກັບໂລກສູ້ຊົນເພື່ອສັນຕິພາບ. ໂດຍແມ່ນປະເທດເຈົ້າພາບ APEC ປີ 2017, ຫວຽດນາມໄດ້ຈັດຕັ້ງກອງປະຊຸມສຸດຍອດ ແລະບັນດາການເຄື່ອນໄຫວນອກກອງປະຊຸມສໍາເລັດຜົນ, ດ້ວຍຄວາມປາດຖະໜາຢາກປະກອບຢ່າງຕັ້ງໜ້າເຂົ້າໃນວິວັດການ APEC, ປະກອບສ່ວນນໍາອາຊີ - ປາຊີຟິກ ນັບມື້ນັບພັດທະນາ, ວັດທະນາຖາວອນ, ສັນຕິພາບ ແລະສະຖຽນລະພາບ.

ຕີລາຄາສູງບົດບາດ ແລະການເຄື່ອນໄຫວຕ່າງໆຂອງສະພາສັນຕິພາບໂລກ ແລະບັນດາອົງການຈັດຕັ້ງ, ປະເທດສະມາຊິກ, ທ່ານນາງປະທານສະພາແຫ່ງຊາດ ຫວັງວ່າສະພາຈະມີການປະກອບສ່ວນຢ່າງຕັ້ງໜ້າໃນການເຕົ້າໂຮມບັນດາກຳລັງປະຊາທິປະໄຕ, ກ້າວໜ້າຕໍ່ສູ້ເພື່ອສັນຕິພາບ, ຄວາມສາມັກຄີ, ສະຖຽນລະພາບ ແລະການພັດທະນາບັນດາຊາດ; ສືບຕໍ່ສາມັກຄີ, ການຮ່ວມມື ແລະສະໜັບສະໜູນປະຊາຊົນຫວຽດນາມ ໃນພາລະກິດປົກປັກຮັກສາ, ສ້າງສາ, ແລະພັດທະນາປະເທດຊາດໃນປະຈຸບັນ.

ສ່ວນທ່ານປະທານສະພາສັນຕິພາບໂລກ Socorro Gomez ໄດ້ຂອບອົກຂອບໃຈຫວຽດນາມ ແລະທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບຫວຽດນາມ ທີ່ໄດ້ສະຫງວນເວລາ ແລະຈັດຕັ້ງກອງປະຊຸມສະພາສັນຕິພາບໂລກຢູ່ຫວຽດນາມ.

ທ່ານປະທານສະພາສັນຕິພາບໂລກ Socorro Gomez ໃຫ້ຮູ້ວ່າ, ເຖິງວ່າມາຈາກຫຼາຍປະເທດທີ່ແຕກຕ່າງກັນໃນໂລກກໍ່ຕາມ, ແຕ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທຸກຄົນ, ລ້ວນແຕ່ເພື່ອເປົ້າໝາຍລວມແມ່ນສັນຕິພາບ, ເຊິ່ງແມ່ນຄຸນຄ່າທີ່ປະທານໂຮ່ຈິມິນ, ນັກວິລະຊົນຂອງຊາດ ຫວຽດນາມ, ໄດ້ສູ້ຊົນຕະຫຼອດຊີວິດ.

ທ່ານປະທານສະພາສັນຕິພາບໂລກ ຫວັງວ່າຈະໄດ້ກັບມາຫວຽດນາມ ເພື່ອພ້ອມກັບປະຊາຊົນຫວຽດນາມ ສືບຕໍ່ຕໍ່ສູ້ເພື່ອສັນຕິພາບ, ສາມັກຄີໃນທົ່ວໂລກ.


ແປໂດຍ: ເຈິ່ນຮວ່ຽນ