ໂດຍປະຕິບັດຕາມຄຳສັ່ງເລກທີ 17-ກມ/ສກ, ວັນທີ 15 ຕຸລາ 2007 ຂອງຄະນະເລຂາທິການສູນກາງພັກ (ຊຸດທີ X) “ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບ, ປະສິດທິຜົນວຽກງານໂຄສະນາດ້ວຍປາກເປົ່າໃນສະພາບການໃໝ່”, ຄະນະພັກການທະການສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ແລະຄະນະພັກ, ຜູ້ບັນຊາການຂັ້ນຕ່າງໆຍາມໃດກໍ່ເອົາໃຈໃສ່, ມີແຜນນະໂຍບາຍ, ມາດຕະການຊີ້ນໍາ, ນໍາພາຫຼາຍຢ່າງເພື່ອຍົກສູງຄຸນນະພາບ, ປະສິດທິຜົນວຽກງານໂຄສະນາດ້ວຍປາກເປົ່າ.

ນີ້ແມ່ນໜຶ່ງໃນຈໍານວນຊ່ອງຂໍ້ມູນຂ່າວສານທີ່ສໍາຄັນ, ມີປະສິດທິຜົນສູງຂອງວຽກງານແນວຄິດ, ວັດທະນະທໍາ, ປະກອບສ່ວນສ້າງຄວາມເປັນເອກະພາບດ້ານແນວຄິດໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ...

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ໄດ້ປະກາດໃຊ້ເອກະສານ, ຄໍາແນະນໍາ, ແຈ້ງການຫຼາຍສະບັບ ເພື່ອຜັນຂະຫຍາຍປະຕິບັດ; ກົມໂຄສະນະອົບຮົມປະຕິບັດວຽກງານເປັນເສນາທິການເປັນຢ່າງດີ, ສະເໜີຊ່ວຍໃຫ້ກົມໃຫຍ່ການເມືອງຈັດຕັ້ງປະຕິບັດ, ຄຸ້ມຄອງວຽກງານໂຄສະນາດ້ວຍປາກເປົ່າ ແລະການເຄື່ອນໄຫວຂອງຖັນແຖວນັກປາຖະກະຖາໃນທົ່ວກອງທັບ. ຜູ້ບັນຊາການ, ຫົວໜ້າການເມືອງ, ອົງການການເມືອງຂັ້ນຕ່າງໆຊາບຊຶມມະຕິຂອງຄະນະພັກຂັ້ນຕ່າງໆເປັນປະຈໍາ; ສ້າງລາຍການ, ແຜນການຈັດຕັ້ງວຽກງານໂຄສະນາດ້ວຍປາກເປົ່າປະຈໍາປີ, ປະຈໍາເດືອນເໝາະສົມກັບແຕ່ລະເປົ້າໝາຍ; ຮັກສາລະບຽບ, ລະບອບໂຄສະນາດ້ວຍປາກເປົ່າຕາມການກໍານົດຢ່າງເຂັ້ມງວດ.

ເນື້ອໃນໂຄສະນາດ້ວຍປາກເປົ່າໄດ້ຊາບຊຶມແນວທາງຂອງພັກ, ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຢ່າງເຂັ້ມງວດ; ໃກ້ຊິດຕິດແທດໜ້າທີ່ການທະຫານ, ການປ້ອງກັນຊາດ; ເປັນເຈົ້າການໂຄສະນາບັນດາເຫດການການເມືອງສໍາຄັນ, ສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງປະເທດຊາດ; ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ຕໍ່ສູ້, ປ້ອງກັນ, ຕ້ານກົນອຸບາຍ, ເລ່ລ່ຽມ “ຫັນປ່ຽນໂດຍສັນຕິ” ຂອງບັນດາອິດທິກໍາລັງທີ່ເປັນປໍລະປັກຢ່າງທັນການ... ຍ້ອນມີການປະຕິບັດລະບຽບ, ລະບອບໃນທົ່ວກອງທັບເປັນຢ່າງດີ, ວຽກງານໂຄສະນາດ້ວຍປາກເປົ່າ ແລະການເຄື່ອນໄຫວນັກປາຖະກະຖາ ໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ, ກອງທັບ, ຄະນະພັກ, ຜູ້ບັນຊາການຂັ້ນຕ່າງໆກັບທະຫານ ແລະປະຊາຊົນຢ່າງແທ້ຈິງ.

 

ແປໂດຍ: ທູຈາງ