ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນງອັກຫວຽດ, ກໍາມະການຄະນະປະຈໍາສູນກາງຊາວໜຸ່ມ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນຮ່າໂນ້ຍ ເນັ້ນໜັກວ່າ: ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນສອງປະເທດ, ໃນໄລຍະຜ່ານມາໄວໜຸ່ມນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ໄດ້ມີກິດຈະກໍາທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ. ພິເສດ, ການນໍາຂອງຄະນະຊາວໜຸ່ມສອງນະຄອນຫຼວງໄດ້ມີການພົບປະ, ແລກປ່ຽນ, ລົງນາມ ເພື່ອເຮັດໃຫ້ສາຍພົວພັນຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ, ໃນນັ້ນມີການສະເໜີບັນດາຫົວໜ່ວຍບໍລິຫານແຮກສ່ຽວ.

leftcenterrightdel
ທ່ານ ຫງວຽນງອັກຫວຽດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ:  tuoitrethudo.com.vn.

ສະພາບຕົວຈິງສະແດງໃຫ້ເຫັນສາຍພົວພັນແຮກສ່ຽວລະຫວ່າງບັນດາຫົວໜ່ວຍ, ໃນນັ້ນມີເມືອງຮວ່າຍດຶກ ແລະເມືອງນາຊາຍທອງ ໄດ້ດໍາເນີນຢ່າງດີງາມດ້ວຍກິດຈະກໍາຫຼາຍຢ່າງທີ່ແທດຈິງ. ຫວັງວ່າໃນໄລຍະຈະມາເຖິງບັນດາຫົວໜ່ວຍຈະສືບຕໍ່ສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນ ແລະກັນ.

leftcenterrightdel
ທ່ານ ວິລະສັກ ນາມມຸນຕີ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະເຮັດວຽກກັບຄະນະຊາວໜຸ່ມນະຄອນຮ່າໂນ້ຍ. ພາບ:  tuoitrethudo.com.vn.

ທ່ານ ວິລະສັກ ນາມມຸນຕີ ໄດ້ສະແດງຄວາມຫວັງວ່າ: ການຢ້ຽມຢາມຄັ້ງນີ້ຈະໄດ້ຮັບຜົນງານຫຼາຍຢ່າງ.  ເມືອງຮວ່າຍດຶກ ແລະເມືອງນາຊາຍທອງ ເວົ້າສະເພາະ, ສອງນະຄອນຫຼວງເວົ້າລວມ ຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ. ພິເສດ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຈະມີການໜູນຊ່ວຍ ເພື່ອໃຫ້ວຽກງານຄະນະຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງເມືອງນາຊາຍທອງ ນັບມື້ນັບພັດທະນາ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ:  tuoitrethudo.com.vn.
leftcenterrightdel
ການນໍາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະຜູ້ແທນເມືອງນາຊາຍທອງ.  ພາບ:  tuoitrethudo.com.vn.

ປີ 2019, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຈະສືບຕໍ່ຈັັດຕັ້ງລາຍການອາສາສະໝັກຢູ່ນະຄອນຫຼວງວຽງຈັນ, ລາວ. ການນໍາສອງຝ່າຍສະແດງຄວາມປາດຖະໜາວ່າ, ຜ່ານລາຍການດັ່ງກ່າວຈະຮັດແໜ້ນສາຍພົວພັນມິດຕະພາບບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ປະຊາຊົນສອງປະເທດເວົ້າລວມ, ໄວໜຸ່ມສອງນະຄອນຫຼວງ ແລະເມືອງນາຊາຍທອງ ເວົ້າສະເພາະກວ່າອີກ.

ໂດຍ: ບົວພອນ