ສະແດງຄວາມປິຕິຊົມຊື່ນຕໍ່ຜົນການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ສ.ອາກຊັງຕິນ ແລະທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຕອນເຊົ້າວັນທີ 20 ກຸມພາ, ທ່ານນາງ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍສະໜັບສະໜູນການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Mauricio Macri ປະທານາທິບໍດີ ສ.ອາກຊັງຕິນ ທີ່ການພົບປະ. ພາບ: ມິງຮ່າ.

ທ່ານນາງ ຫງວຽນທິກິມເງິນ ຊົມເຊີຍທ່ານ Emilio Monzo ປະທານສະພາຕໍ່າອາກຊັງຕິນ ພ້ອມກັບຄະນະຜູ້ແທນຂັ້ນສູງອາກຊັງຕິນ ເດີນທາງມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນຄັ້ງນີ້. ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມຂອບໃຈ ສ.ອາກຊັງຕິນ ທີ່ໄດ້ຈັດສົ່ງຄະນະຜູ້ແທນມາຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 132 (IPU-132), ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດລວມຂອງ IPU-132.

ຂອບໃຈ ສ. ອາກຊັງຕິນ ທີ່ໄດ້ສະໜັບສະໜູນຫວຽດນາມ ສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນສອງອາຍຸການ, ປະທານສະພາແຫ່ງຊາດຫວຽດນາມ ຊີ້ແຈ້ງທັດສະນະວ່າ, ສິ່ງນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນດີງາມລະຫວ່າງສອງປະເທດ.

ສະແດງຄວາມເຫັນດີເຫັນພ້ອມກັບທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ, ທ່ານ Mauricio Macri ປະທານາທິບໍດີອາກຊັງຕິນ ຢືນຢັນວ່າ, ອາກຊັງຕິນ ຍາມໃດກໍສະໜັບສະໜູນຫວຽດນາມ ແລະຫວຽດນາມ ສາມາດເຊື່ອໝັ້ນຕໍ່ການສະໜັບສະໜູນນີ້ຂອງອາກຊັງຕິນ.

ໂດຍ: ໄຊຊະນະ