ພາຍຫຼັງຮັບຟັງການນຳບັນດາກະຊວງ, ຂະແໜງການຕ່າງໆລາຍງານກ່ຽວກັບວຽກງານກະກຽມກອງປະຊຸມດ້ານຕ່າງໆ ຄື: ການປ້ອງກັນຄວາມສະຫງົບ, ວັດຖຸ, ພະລາທິການ, ສູນສື່ມວນຊົນສາກົນ, ທ່ານນາຍົກລັດຖະມົນຕີໄດ້ໃຫ້ຄຳຊີ້ນຳຢ່າງລະອຽດກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສຸດຍອດ ສ. ອາເມລິກາ-ສປປ.ເກົາຫຼີ ຄັ້ງທີສອງ.

leftcenterrightdel
ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ສ. ອາເມລິກາ-ສປປ.ເກົາຫຼີ ຄັ້ງທີສອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າກອງປະຊຸມສຸດຍອດ ສ. ອາເມລິກາ-ສປປ.ເກົາຫຼີ ຄັ້ງທີສອງແມ່ນເຫດການສາກົນທີ່ສຳຄັນ, ເຊິ່ງໄດ້ຮັບຄວາມສົນໃຈພິເສດຈາກປະຊາຄົມສາກົນ ແລະຫາງສຽງສາກົນ.

ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງ, ຂະແໜງການຕ້ອງສຸມໃສ່ໃນລະດັບສູງສຸດ ເພື່ອຮັບປະກັນສົມທົບກັບຝ່າຍຕ່າງໆຈັດຕັ້ງກອງປະຊຸມສຸດຍອດໃຫ້ສຳເລັດຜົນ, ໃນນັ້ນ, ວຽກງານປ້ອງກັນຄວາມສະຫງົບ ແລະຄວາມປອດໄພແມ່ນໜ້າທີ່ສຳຄັນທີ່ສຸດ, ຕ້ອງເອົາໃຈໃສ່ຮັບປະກັນທັດສະນີຍະພາບ ແລະສິ່ງແວດລ້ອມຕົວເມືອງ. 

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່ານີ້ແມ່ນໂອກາດທີ່ດີເພື່ອໂຄສະນາເຜີຍແຜ່ເຖິງເພື່ອນມິດສາກົນກ່ຽວກັບພາບພົດປະເທດຊາດ ແລະບັນດາຜົນງານພັດທະນາທຸກດ້ານຂອງຫວຽດນາມ, ສະພາບແວດລ້ອມທີ່ສະດວກເພື່ອດຶງດູດການລົງທຶນ, ການທ່ອງທ່ຽວ, ຊຸກຍູ້ການຄ້າ, ເພີ່ມທະວີການຮ່ວມກັນ ເພື່ອຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ-ສັງຄົມ.

ໂດຍ: ຈາງຫງວຽນ