ທີ່ການພົບປະ, ທ່ານ Samdech Techo Hun Sen ຢັ້ງຢືນວ່າ, ກໍາປູເຈຍ ຍາມໃດກໍ່ຈົດຈໍາການຊ່ວຍເຫຼືອອັນໃຫຍ່ຫຼວງຂອງຫວຽດນາມໃນພາລະກິດຕໍ່ສູ້ຕ້ານລະບອບດັບສູນເຊື້ອຊາດໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາ, ພັດທະນາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ພົບປະກັບທ່ານ Samdech Techo Hun Sen . ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກປະຊາຊົນກໍາປູເຈຍ, ລັດ ແລະປະຊາຊົນກໍາປູເຈຍ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ແລະຍາວນານ” ຫວຽດນາມ-ກໍາປູເຈຍ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອຄວາມວັດທະນາຖາວອນຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ແສງພະຈັນ