ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ຢືນຢັນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ. ເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ຫວຽດນາມຊົມເຊີຍ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງ ລັດເຊຍ ເຂົ້າຮ່ວມບັນດາໂຄງການຈຸດສຸມກ່ຽວກັບພະລັງງານ, ຄົມມະນາຄົມ, ນ້ຳມັນອາຍແກັດຢູ່ຫວຽດນາມ; ສະເໜີລັດຖະບານ ສະຫະພັນລັດເຊຍ ຕັ້ງໜ້າສົມທົບກັບລັດຖະບານຫວຽດນາມ ໃນການຮ່ວມມືເສດຖະກິດ-ການຄ້າ ແລະການລົງທຶນ, ຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Dmitry Medvedev ນາຍົກລັດຖະມົນຕີ ລັດເຊຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Dmitry Medvedev ຢືນຢັນວ່າ, ລັດເຊຍຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງລັດເຊຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ກ່ຽວກັບການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະເທດລັດເຊຍ ເອກະພາບ, ການນຳສອງພັກ, ສອງລັດ ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາໃນໄລຍະຜ່ານມາ; ເຫັນດີເປັນເອກະພາບນຳກັນວ່າຕ້ອງເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງພັກໃນໄລຍະຈະມາເຖິງ, ສືບຕໍ່ປະຕິບັດກົນໄກເຈລະຈາດ້ານການເມືອງ ແລະແຜນການຮ່ວມມືລະຫວ່າງສອງພັກໄລຍະ 2018-2021.

ໂດຍ: ວຽງຄຳ