ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ Jose Ramon Machado Ventura ເນັ້ນໜັກວ່າໃນໄລຍະຈະມາເຖິງ, ສອງພັກ, ສອງລັດຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫັນບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງການນໍາຂັ້ນສູງສອງປະເທດເປັນລະອຽດ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: acn.cu.

ໃນວັນດຽວກັນ, ກອງປະຊຸມສໍາມະນາທິດສະດີຄັ້ງທີ 4 ລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດກູບາ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ La Habana. ທີ່ກອງປະຊຸມສໍາມະນາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນໃນບັນດາບັນຫາທິດສະດີ ແລະພຶດຕິກໍາຕົວຈິງໃນວິວັດການພັດທະນາເສດຖະກິດ - ສັງຄົມ ກໍ່ຄືວຽກງານກໍ່ສ້າງພັກຢູ່ແຕ່ລະປະເທດ.

ໂດຍ: ທູຈາງ