ວັນທີ 13 ພະຈິກ, ຢູ່ສຳນັກງານສະພາແຫ່ງຊາດແຟງລັງ, ທ່ານ ຟ້າມມິງຈີ໊ງ  ໄດ້ໂອ້ລົມສົນທະນາກັບທ່ານ Mauri Pekkarinen ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອາຊີ-ເອີລົບ (ASEF) ຂອງແຟງລັງ. ທ່ານ ຟ້າມມິງຈີ໊ງ  ສະແດງຄວາມປິຕິຊົມຊື່ນເມ່ືອໄດ້ໄປຢ້ຽມຢາມແຟງລັງ ໃນປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ; ສະເໜີສອງຝ່າຍສືບຕໍ່ມານະພະຍາຍາມເພີ່ມທະວີການຮ່ວມມືໃນບັນດາຂົງເຂດພັດທະນາພະລັງງານຜະລິດຄືນໃໝ່, ອຸດສາຫະກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ພິເສດແມ່ນການສຶກສາ-ກໍ່ສ້າງ; ສະເໜີແຟງລັງສະໜັບສະໜູນຫວຽດນາມ ອອກຮັບສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝ້ັນຄົງສະຫະປະຊາຊາດ ອາຍຸການ 2020-2021.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ຫົວໜ້າຄະນະຈັດຕັ້ງສູນກາງ ເຮັດວຽກກັບທ່ານ Mika Lintilä ລັດຖະມົນຕີເສດຖະກິດແຟງລັງ ໃນວັນທີ 12 ພະຈິກ 2018 ທີ່ນະຄອນຫຼວງ Helsinki. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Mauri Pekkarinen ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ; ຢືນຢັນວ່າແຟງລັງ ສະໜັບສະໜູນເລື່ອງເພີ່ມທະວີການພົວພັນຮ່ວມມື ຫວຽດນາມ-ອີຢູ, ສະໜັບສະໜູນບັນດາຂ້ໍສະເໜີຂອງຝ່າຍຫວຽດນາມ, ໂດຍສະເພາະແມ່ນເລື່ອງສອງຝ່າຍດຳເນີນການເຊັນ ແລະໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ-ອີຢູ ໂດຍໄວ.

ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີເປັນເອກະພາບຕ້ອງແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ຮັບປະກັນຄວາມເສລີໃນການເດີນທະເລ ແລະການບິນ.

ໂດຍ: ແສງເດືອນ