ແລກປ່ຽນກ່ຽວກັບບັນຫາຍົກຍ້າຍປະຊາຊົນຢູ່ເຂດທະເລສາບ, ແຂວງ Kampong Chhnang, ໃນນັ້ນມີຊາວກໍາປູເຈຍເຊື້ອຊາດຫວຽດນາມ, ທ່ານ ຟ້າມບິ່ງມິງ ຮັບຮູ້ບັນດາຄວາມມານະພະຍາຍາມຂອງກໍາປູເຈຍໃນການໜູນຊ່ວຍສ້າງຖິ່ນຖານຄືນໃໝ່ໃຫ້ພໍ່ແມ່ນປະຊາຊົນ ແລະສະແດງຄວາມເອົາໃຈໃສ່ຕໍ່ສະພາບການທີ່ຫຼາຍຄົນຖືກຍົກຍ້າຍໄປຢູ່ບັນດາສະຖານທີ່ທີ່ບໍ່ມີຄວາມຮັບປະກັນເງື່ອນໄຂການດໍາລົງຊີວິດຂອງປະຊາຊົນ.

ທ່ານ ຟ້າມບິ່ງມິງ ຢໍ້າຄືນຄຳສະເໜີຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີຕໍ່ທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ ກ່ຽວກັບເລື່ອງກໍາປູເຈຍໜູນຊ່ວຍຊາວກໍາປູເຈຍເຊື້ອຊາດຫວຽດນາມ ຍົກຍ້າຍອອກຈາກເຂດທະເລສາບມີຊີວິດການເປັນຢູ່ໃໝ່ໃຫ້ເປັນປົກກະຕິ; ປະຕິບັດການຍົກຍ້າຍຕາມແຕ່ລະບາດກ້າວ, ຮັບປະກັນບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງ, ໂຮງຮຽນ, ສຸກສາລາ ແລະສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນ.

leftcenterrightdel
ທ່ານ ຟ້າມບິ່ງມິງ ພົບປະກັບທ່ານ Park Sokkonn. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Park Sokkonn ຢັ້ງຢືນຄວາມປາດຖະໜາຂອງລັດຖະບານກໍາປູເຈຍ ຊຸກຍູ້ການພັດທະນາຂອງການພົວພັນສອງປະເທດ, ຢັ້ງຢືນວ່າກໍາປູເຈຍ ຈະມານະພະຍາຍາມໜູນຊ່ວຍຊີວິດການເປັນຢູ່ຂອງປະຊາຊົນຕັ້ງຖິ່ນຖານຄືນໃໝ່.

ໂດຍ: ບົວພອນ