ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ຕີລາຄາສູງລະດັບເຕັກນິກ-ເຕັກໂນໂລຢີຂອງກູບາ ໃນຂົງເຂດຊີວະສາດ-ເຄມີສາດ, ຜະລິດກະສິກຳ; ຖືວ່າ, ນະຄອນໂຮ່ຈິມິນ ແລະກູບາ ມີກາລະໂອກາດຮ່ວມມືຫຼາຍຢ່າງໃນບັນດາຂົງເຂດຜະລິດຕະພັນຊີວະສາດຮັບໃຊ້ຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ການຮ່ວມມືດ້ານການຄ້າກ່ຽວກັບບັນດາຜະລິດຕະພັນກະສິກຳ.

leftcenterrightdel
ທ່ານ ຫງວຽນທ້ຽນເຍີນ ເລຂາພັກນະຄອນໂຮ່ຈິມິນ ຕ້ອນຮັບທ່ານນາງ Olga Lodia Tapia Iglesia ເລຂາທິການສູນກາງພັກກອມມູນິດກູບາ. ພາບ: baotintuc.vn.

ສ່ວນທ່ານນາງ Olga Lodia Tapia Iglesia ຢືນຢັນວ່າ ຫວຽດນາມ-ກູບາ ມີຈຸດທີ່ຄ້າຍຄືກັນຫຼາຍຢ່າງກ່ຽວກັບກາລະໂອກາດ ແລະສິ່ງທ້າທາຍໃນການພັດທະນານັບທັງດ້ານການເມືອງ ແລະເສດຖະກິດ. ໃນວິວັດທະນາການພັກກອມມູນິດກູບາ ວາງແຜນນະໂຍບາຍ, ກຳນົດເປົ້າໝາຍພັດທະນາເສດຖະກິດໃໝ່, ກູບາ ຖອດຖອນບົດຮຽນໄດ້ຫຼາຍກ່ຽວກັບການພັດທະນາຂອງ ຫວຽດນາມ ແລະຈາກນັ້ນໄດ້ໝູນໃຊ້ຢ່າງມີຫົວຄິດປະດິດສ້າງໃຫ້ໝາະສົມກັບສະພາບການຕົວຈິງຂອງກູບາ. ທ່ານນາງ Olga Lodia Tapia Iglesia ໃຫ້ຮູ້ວ່າ, ກູບາ ຍາມໃດກໍ່ຖືຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ແລະປາດຖະໜາຢາກຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າກັບຫວຽດນາມ ກວ່າອີກ, ໃນນັ້ນມີນະຄອນໂຮ່ຈິມິນ; ນຳສາຍພົວພັນດ້ານເສດຖະກິດກູບາ-ຫວຽດນາມ ໃຫ້ພັດທະນາສົມກັບສາຍພົວພັນດ້ານການເມືອງທີ່ດີງາມເຊິ່ງສອງປະເທດໄດ້ ແລະພວມມີຢູ່ແລ້ວ.

ໂດຍ: ທູຮັ່ງ