ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະດູແລສຸຂະພາບພະນັກງານສູນກາງພັກ, ທ່ານ ເຈິ່ນດ້າຍກວາງ, ເກີດປີ 1956, ກຳມະການກົມການເມືອງ, ປະທານປະເທດແຫ່ງ ສສ.ຫວຽດນາມ, ເນື່ອງມາຈາກທ່ານເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກບັນດາສາດສະດາຈານ, ທ່ານໝໍຢູ່ພາຍໃນ ແລະຕ່າງປະເທດ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້.

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21-09-2018 ຢູ່ໂຮງໝໍກອງທັບສູນກາງ 108.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ. ພາບ: ສຳນັກຂ່າວສານຫວຽດນາມ

ຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

ວັນທີ 02-04, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານ ເຈິ່ນດ້າຍກວາງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ສຳນັກຂ່າວສານຫວຽດນາມ ຂໍແນະນຳຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

1. ຊື່ ແລະນາມສະກຸນ: ເຈິ່ນດ້າຍກວາງ (TRẦN ĐẠI QUANG)

2. ວັນ, ເດືອນ, ປີເກີດ: 12/10/1956.

3. ບ້ານເກີດ: ຕາແສງ ກວາງທ້ຽນ, ເມືອງກິມເຊີນ, ແຂວງນິງບິ່ງ.

4. ບ່ອນຢູ່ປະຈຸບັນ: ຕາແສງ ເຍີນຈິງ, ເມືອງ ແທງຊວນ, ນະຄອນຮ່າໂນ້ຍ.

5. ຊົນເຜົ່າ: ກິງ; ສາສະໜາ: ບໍ່ຖືສາສະໜາໃດ

6. ລະດັບວິຊາສະເພາະ: ປະລິຍາເອກດ້ານກົດໝາຍວິທະຍາ, ມະຫາວິທະຍາໄລປ້ອງກັນຄວາມສະຫງົບ

- ລະດັບການສຶກສາ: ປະລິຍາເອກ; ວຸດທິການສຶກສາ; ສາດສະດາຈານ

- ທິດສະດີການເມືອງ: ຊັ້ນສູງ

- ພາສາຕ່າງປະເທດ: ພາສາຈີນ ຊັ້ນສູງ

7. ບ່ອນເຮັດວຽກ: ກະຊວງຕຳຫຼວດ, ເລກທີ 44 ອຽດກຽວ, ຮ່າໂນ້ຍ

8. ວັນເຂົ້າເປັນສະມາຊິກພັກສຳຮອງ: 26-07-1980; ວັນເຂົ້າເປັນສະມາຊິກພັກສົມບູນ 26-07-1981.

9. ສະມາຊິກສະພາແຫ່ງຊາດຊຸດທີ 14.

10.ສະຫຼຸບຫຍໍ້ວິວັດການປະຕິບັດງານ.

- ນັບແຕ່ເດືອນ 07-1972 ຫາເດືອນ 10-1975: ຮຽນຢູ່ໂຮງຮຽນຕຳຫຼວດປະຊາຊົນສູນກາງ ແລະໂຮງຮຽນວິທະຍາໄລພາສາຕ່າງປະເທດ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).

- ນັບແຕ່ເດືອນ 10-1975 ຫາເດືອນ 06-1987: ເປັນພະນັກງານກົມປ້ອງກັນການເມືອງເລກ I, ຫຼັງຈາກນັ້ນໄດ້ແຍກເປັນກົມປ້ອງກັນການເມືອງເລກ II, ດຳລົງຕຳແໜ່ງເປັນຮອງຫົວໜ້າຫ້ອງ, ກົມປ້ອງກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).

- ແຕ່ເດືອນ 06-1987 ຫາເດືອນ 06-1990: ເປັນຫົວໜ້າຫ້ອງການເສນາທິການ ແລະ ຫົວໜ້າຫ້ອງການສືບສວນ, ກົມປ້ອງກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ).

- ແຕ່ເດືອນ 06-1990 ຫາເດືອນ 09-1996: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).

- ແຕ່ເດືອນ 09-1996 ຫາເດືອນ 10/2000: ເປັນຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫຼວດ; ກຳມະການຄະນະບໍລິຫານງານອົງຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ກຳມະການຄະນະປະຈຳຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ເລຂາຄະນະພັກກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫຼວດ.

- ແຕ່ເດືອນ 10-2000 ຫາເດືອນ 04-2006: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຈັດຕະວາ (2003); ໄດ້ຮັບວຸດທິການສຶກສາຮອງສາດສະດາຈານ (2003).

- ແຕ່ເດືອນ 04-2006 ຫາເດືອນ 01-2011: ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ x, ກຳມະການຄະນະພັກຕຳຫຼວດສູນກາງ, ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ, ເປັນຮອງລັດຖະມົນຕີກະຊວງຕຳຫຼວດ; ໄດ້ປະດັບຊັ້ນພົນຕີ (2007); ໄດ້ຮັບວຸດທິການສຶກສາສາດສະດາຈານ (2009).

- ແຕ່ເດືອນ 01-2011 ຫາເດືອນ 08-2011: ເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫຼວດ.

- ແຕ່ເດືອນ 08-2011 ມາຮອດວັນທີ 02-04-2016: ກຳມະການກົມການເມືອງ (ຊຸດທີ 11, 12), ກຳມະການສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ກຳມະການຄະນະກຳມະການພັກລັດຖະບານ, ເລຂາຄະນະພັກຕຳຫຼວດສູນກາງ; ລັດຖະມົນຕີກະຊວງຕຳຫຼວດ; ໄດ້ປະດັບຊັ້ນພົນໂທ (2011), ພົນເອກ (2012); ເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ; ເປັນສະມາຊິກສະພາແຫ່ງຊາດຊຸດທີ 13; ເປັນຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ; ຮອງຫົວໜ້າອະນຸກຳມະການປ້ອງກັນການເມືອງພາຍໃນສູນກາງ.

- ວັນທີ 02/04/2016 ມາຮອດປະຈຸບັນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ ./.

ຄັດຈາກ: vovworld