leftcenterrightdel
ທ່ານ Choe Jaehyeong, ປະທານຄະນະກຳມະການກວດສອບ ແລະກວດກາ ສ.ເກົາຫຼີ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ໂຮ່ດຶກເຟິກ, ປະທານອົງການກວດສອບແຫ່ງລັດຫວຽດນາມ. ພາບ: ງອັກທື.

ທີ່ການພົບປະເຈລະຈາ, ທ່ານ ໂຮ່ດຶກເຟິກ ຖືວ່າ, ຫວຽດນາມ ແລະ ສ.ເກົາຫຼີ ມີຈຸດຄ້າຍຄືກັນຫຼາຍຢ່າງກ່ຽວກັບສະພາບແວດລ້ອມສັງຄົມ, ປະຫວັດສາດ ແລະວັດທະນະທໍາ. SAV ໄດ້ຖອດຖອນບົດຮຽນຈາກ BAI ເພື່ອສ້າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະສ້າງບັນດາຂັ້ນຕອນ, ມາດຕະຖານການກວດສອບ... ໃນໄລຍະໃກ້ຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນບາງຂົງເຂດກວ່າອີກ, ພິເສດແມ່ນການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານ. ທ່ານ ໂຮ່ດຶກເຟິກ ສະເໜີ, ສອງຝ່າຍປຶກສາຫາລື, ເລືອກເຟັ້ນຫົວຂໍ້ເພື່ອປະຕິບັດການກວດສອບຮ່ວມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຫງັອກທື.

ທ່ານ Choe Jaehyeong ປາດຖະໜາຢາກໃຫ້ສອງອົງການພົບປະ, ແລກປ່ຽນບົດຮຽນເປັນປະຈໍາ, ໃນນັ້ນມີການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານ ແລະການກວດສອບສິ່ງແວດລ້ອມ. 

ໂດຍ: ທູຈາງ