ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ເຄົາລົບນັບຖືການຊ່ວຍເຫຼືອ, ສະໜັບສະໜູນອັນລ້ຳຄ່າເຊິ່ງປະຊາຊົນ ໂປໂລຍ ສະຫງວນໃຫ້ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍ ແລະສ້າງສາປະເທດຊາດ, ເປັນຕົ້ນແມ່ນກ່ຽວກັບການບຳລຸງສ້າງພະນັກງານໃຫ້ ຫວຽດນາມ; ປາດຖະໜາຢາກປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຮ່ວມມືຫຼາຍດ້ານກັບ ໂປໂລຍ, ເຊິ່ງແມ່ນ 1 ໃນບັນດາຄູ່ຮ່ວມມືບຸລິມະສິດ ຢູ່ ເອີລົບກາງ-ເອີລົບຕາເວັນອອກ.

leftcenterrightdel
ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ແລະທ່ານ Jaroslaw Gowin, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງວິທະຍາສາດ ແລະການສຶກສາມະຫາວິທະຍາໄລ ໂປໂລຍ. ພາບ: ສຳນັກຂ່າວສານຫວຽດນາມ

ເມື່ອແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ, ບັນດາເຈົ້າໜ້າທີ່ຂັ້ນສູງ ສ.ໂປໂລຍ ຢືນຢັນວ່າ, ໂປໂລຍ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອກັບ ຫວຽດນາມ, ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ໂປໂລຍ ໃນຕະຫຼອດ 70 ປີຜ່ານມາ; ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານ ເຈືອງຮ່ວາບີ່ງ ກ່ຽວກັບການຈັດຕັ້ງ ກອງປະຊຸມກົນໄກທາບທາມຄຳເຫັນຮ່ວມມືເສດຖະກິດ ຫວຽດນາມ-ໂປໂລຍ ຄັ້ງທີ່ 1, ຟື້ນຟູຄະນະກຳມະການປະສົມ ຫວຽດນາມ-ໂປໂລຍ ກ່ຽວກັບການຮ່ວມມືວິທະຍາສາດ-ເຕັກນິກຄືນໃໝ່ໂດຍໄວ.

ເນື່ອງໃນໂອກາດນີ້, ທ່ານ ເຈືອງຮ່ວາບີ່ງ ສະແດງຂອບອົກຂອບໃຈ ໂປໂລຍ ໄດ້ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ແລະເຊື່ອໝັ້ນວ່າ ໂປໂລຍ ຈະບັນລຸຜົນງານຫຼາຍຢ່າງໃນຖານະຕຳແໜ່ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2018 – 2019.

leftcenterrightdel
ທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ພົບປະແລກປ່ຽນກັບທ່ານ Stanislaw Karczewski ປະທານສະພາສູງ ໂປໂລຍ. ພາບ: ສຳນັກຂ່າວສານຫວຽດນາມ

ເພື່ອຮັກສາລະດັບເຕີບໂຕໃນການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ, ຮອງນາຍົກລັດຖະມົນຕີທັງສອງທ່ານ ເຫັນດີເປັນເອກະພາບກັນເພີ່ມທະວີວຽກງານສົ່ງເສີມການຄ້າ, ການລົງທຶນ, ສົ່ງເສີມ ແລະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດ ໃນບັນດາຂົງເຂດເຊິ່ງ ໂປໂລຍ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. 

ທ່ານ Jaroslaw Gowin ແລະທ່ານ Stanislaw Karczewski ຢືນຢັນວ່າ, ຈະສະໜັບສະໜູນເລື່ອງ ຫວຽດນາມ ລົງນາມສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໂດຍໄວ ໃນປີ 2018 ແລະໃຫ້ສັດຕະຍາບັນສັນຍາສະບັບນີ້ໃນຕົ້ນປີ 2019.

ບັນດາການນຳ ໂປໂລຍ ລ້ວນແຕ່ເຫັນດີເປັນເອກະພາບສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນດາບັນຫາໃນພາກພື້ນ ແລະສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໂດຍ: ທູຮັ່ງ