ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາວ່າ, ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການສູງສຸດຮຸງກາຣີ ຈະນໍາການພົວພັນຮ່ວມມືລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງກວ່າອີກຜ່ານການແລກປ່ຽນຄະນະທຸກຂັ້ນເພື່ອຮໍ່າຮຽນ, ແລກປ່ຽນບົດຮຽນເຄື່ອນໄຫວ.

leftcenterrightdel
ທ່ານນາງ ຫງວຽນທິກິມງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Péter Polt ຫົວໜ້າອົງການໄອຍະການສູງສຸດຮຸງກາຣີ. ພາບ: ກວາງແຄ໋ງ.

ທີ່ການຕ້ອນຮັບ, ທ່ານ Péter Polt  ໄດ້ແຈ້ງໃຫ້ທ່ານນາງ ຫງວຽນທິກິມເງິນ ຮັບຊາບກ່ຽວກັບຜົນການເຈລະຈາກັບອົງການໄອຍະການປະຊາຊົນສູງສຸດຫວຽດນາມ, ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປີດກວ້າງຂົງເຂດຮ່ວມມື, ເຮັດໃໝ່ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແຕ່ປີ 2010, ໃນນັ້ນເພີ່ມເຕີມບັນດາເນື້ອໃນລະອຽດ ເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ ຄື: ຕ້ານ, ສະກັດກັ້ນອາດຊະຍາກໍາສໍ້ລາດບັງຫຼວງ, ອາດຊະຍາກໍາເຕັກໂນໂລຊີສູງ. ບົນພື້ນຖານນັ້ນ, ສອງຝ່າຍຈະຊຸກຍູ້ການຊ່ວຍເຫຼືອເຊິ່ງກັນ ແລະກັນກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຊ່ຽວຊານ ແລະກໍານົດຍຸດທະສາດການພັດທະນາ.

ທ່ານນາງ ຫງວຽນທິກິມເງິນ ຢືນຢັນວ່າ, ຫວຽດນາມຍາມໃດກໍ່ຖືຮຸງກາຣີ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ ແລະຍາມໃດກໍ່ຈົດຈໍາຕໍ່ການຊ່ວຍເຫຼືອ, ການສະໜັບສະໜູນຢ່າງແຮງຂອງລັດຖະບານ ແລະປະຊາຊົນຮຸງກາຣີ ໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄື ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດໃນປັດຈຸບັນ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການສູງສຸດຮຸງກາຣີ ຈະຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງດີງາມ, ໂດຍສະເພາະແມ່ນໃນສະພາບການທີ່ສອງປະເທດຫາກໍ່ເຫັນດີເປັນເອກະພາບຍົກຂອບເຂດການພົວພັນຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ເນື່ອງໃນໂອກາດການຢ້ຽມຢາມຮຸງກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຮຸງກາຣີ  Viktor Orban.

ໂດຍ: ຮວ່າງເຈື່ອງ