ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟ້າມບິ່ງມິນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາສູງຄວາມເອົາໃຈໃສ່, ການຊີ້ນຳຂອງການນຳບັນດາແຂວງ, ນະຄອນທີ່ສະຫງວນໃຫ້ວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນ, ບົດບາດເປັນເສນາທິການຂອງບັນດາອົງການພົວພັນຕ່າງປະເທດຢູ່ທ້ອງຖິ່ນ, ການສົມທົບກັນລະຫວ່າງທ້ອງຖິ່ນກັບກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການສູນກາງໃນການຜັນຂະຫຍາຍບັນດາໜ້າທີ່ການຕ່າງປະເທດຢູ່ບັນດາທ້ອງຖິ່ນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຮັກສາເອກະລາດ,  ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສ້າງເງື່ອນໄຂໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄຳເຫັນ ທີ່ກອງປະຊຸມ. ເຟືອງລິງ. 

ທ່ານ ຟ້າມບິ່ງມິນ ກ່າວວ່າໃນໄລຍະຈະມາເຖິງ, ບັນດາທ້ອງຖິ່ນຄວນປ່ຽນແປງໃໝ່ຈິນຕະນາການເຊື່ອມໂຍງເຂົ້າກັບສາກົນ; ສຸມໃສ່ປະຕິບັດວຽກງານເຊື່ອມໂຍງເຂົ້າກັບສາກົນຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນເປັນຢ່າງດີ; ນຳໃຊ້ແຫຼ່ງທຶນໜູນຊ່ວຍການພັດທະນາ (ODA) ແລະແຫຼ່ງທຶນຊ່ວຍເຫຼືອບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ບັນດາທ້ອງຖິ່ນກໍ່ຄວນສືບຕໍ່ບູລະນະກົງຈັກເຮັດວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຫັນເປັນອຸດສາຫະກຳ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນ

ໂດຍ:ແສງເດືອນ