ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຟ໋ອງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ຮັກສາທ່າພັດທະນາຢ່າງແຮງ, ຮອບດ້ານ ແລະບັນລຸໝາກຜົນຫຼາຍຢ່າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າສະພາແຫ່ງຊາດຫວຽດນາມ ສະໜັບສະໜູນຢ່າງສຸດຂີດ ແລະຖືເປັນສໍາຄັນການເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.

leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Yun Jae-ok ຮອງປະທານກໍາມາທິການປະສານງານສະພາແຫ່ງຊາດ ສ. ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍໃນຕອນເຊົ້າວັນທີ 8 ສິງຫາ, ທ່ານ ຫງວຽນວັນເຢົາ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໄດ້ເຮັດວຽກກັບຄະນະກໍາມາທິການປະສານງານສະພາແຫ່ງຊາດ ສ.ເກົາຫຼີ. ສອງຝ່າຍຕີລາຄາສູງເລື່ອງສອງປະເທດຜັນຂະຫຍາຍການຮ່ວມມືຕາມເນື້ອໃນຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ; ຕີລາຄາສູງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນບັນດາເວທີປາໄສສາກົນ ແລະພາກພື້ນ; ຢືນຢັນວ່າຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ຮວ່າງເຈື່ອງ