leftcenterrightdel
ທ່ານນາງ Tsuchiya Shinaki ແລກປ່ຽນກັບບັນດາພະຍາບານກ່ຽວກັບປະສິດທິຜົນບັນດາຊຸດຝຶກອົບຮົມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະໄດ້ສັງເກດ ແລະຕີລາຄາໂດຍກົງບັນດາເຕັກນິກໂດຍນັກຊ່ຽວຊານ ຍີ່ປຸ່ນ ຝຶກອົບຮົມໃຫ້ບັນດາພະຍາບານ, ພະນັກງານພາລະກອນໂຮງໝໍເສນາຮັກ 175 ແລະແລກປ່ຽນກັບບັນດາພະຍາບານກ່ຽວກັບປະສິດທິຜົນຂອງບັນດາຊຸດຝຶກອົບຮົມ, ບັນດາຊຸດບໍາລຸງສ້າງ, ບັນດາເຄື່ອງອຸປະກອນທັນສະໄໝ ແລະລາຍການປິ່ນປົວບໍາລຸງຂອງ ຍີ່ປຸ່ນ ນຳມາໃຫ້. ຄະນະຢາກຊອກຮູ້ກ່ຽວກັບສະພາບການເຄື່ອນໄຫວ, ແງ່ຫວັງຂອງຂະແໜງສາທາລະນະສຸກ ຫວຽດນາມ, ບັນດາລາຍການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະຫວຽດນາມ ໃນຂົງເຂດນີ້ເວົ້າລວມ ແລະໂຮງໝໍເສນາຮັກ 175 ເວົ້າສະເພາະ.

ຄະນະກໍ່ແລກປ່ຽນກ່ຽວກັບສະພາບການຮ່ວມມືຂອງໂຮງໝໍເສນາຮັກ 175 ແລະກໍານົດທິດຮ່ວມມືໃນອະນາຄົດສໍາລັບຄູ່ຮ່ວມມື ຍີ່ປຸ່ນ.

 

ແປໂດຍ: ກວຽດເຕີມ