ທ່ານ Ulises Guilarte Nacimiento ແຈ້ງໃຫ້ທ່ານນາງ ເຈືອງທິມາຍ ຮັບຊາບກ່ຽວກັບສະພາບການຂອງ ກູບາ ໃນປັດຈຸບັນ, ເປັນຕົ້ນແມ່ນວິວັດທະນາການແຫ່ງການປັບປຸງລັດຖະທໍາມະນູນ ແລະອັບເດັດຮູບແບບເສດຖະກິດ-ສັງຄົມ; ຕີລາຄາສູງຕໍ່ບັນດາຜົນງານແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ແລະສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນດ້ານການເມືອງ, ພ້ອມທັງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດພັດທະນາແຂງແຮງກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາງ ເຈືອງທິມາຍ ຕ້ອນຮັບທ່ານ Ulises Guilarte Nacimiento, ເລຂາທິການໃຫຍ່ສູນບັນດາຜູ້ອອກແຮງງານກູບາ. ພາບ:baochinhphu.vn.

ທ່ານນາງ ເຈືອງທິມາຍ ຕີລາຄາສູງສາຍພົວພັນການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະນໍ້າໃຈສາມັກຄີອ້າຍນ້ອງລະຫວ່າງກໍາມະບານຫວຽດນາມ ແລະ ກໍາມະບານກູບາ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນກູບາ ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ຕອນບ່າຍວັນທີ 6 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ກໍ່ໄດ້ຕ້ອນຮັບທ່ານ Ulises Guilarte Nacimiento .

ທ່ານ Ulises Guilarte Nacimiento ສະແດງຄວາມປາດຖະໜາຢາກໄດ້ແລກປ່ຽນ, ແບ່ງປັນບົດຮຽນໃນວິວັດການສ້າງ, ປັບປຸງລັດຖະທໍາມະນູນ ຫວຽດນາມ, ປະກອບສ່ວນຊ່ວຍ ກູບາ ໝູນໃຊ້ເຂົ້າໃນການປັບປຸງລັດຖະທໍາມະນູນ ແລະອັບເດັດຮູບແບບເສດຖະກິດ - ສັງຄົມ ຢູ່ກູບາ.

ເມື່ອແບ່ງປັນກ່ຽວກັບວິວັດການສ້າງ, ປັບປຸງລັດຖະທໍາມະນູນຫວຽດນາມ, ທ່ານ ອວງຈູລືວ ໃຫ້ຮູ້ວ່າ, ເລື່ອງກະກຽມຮ່າງປັບປຸງລັດຖະທໍາມະນູນ ໄດ້ດໍາເນີນຢ່າງອຸດົມສົມບູນ, ເຂັ້ມງວດ, ຮັບເອົາຫຼາຍຄໍາຄິດເຫັນຈາກຜູ້ມີສິດເລືອກຕັ້ງ ແລະປະຊາຊົນທ່ົວປະເທດ, ບັນດາສະມາຊິກສະພາແຫ່ງຊາດ, ບັນດານັກຊ່ຽວຊານ, ນັກວິທະຍາສາດ. ດ້ວຍບົດຮຽນຂອງຕົນ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດ ແລະພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ກູບາ.

 

ແປໂດຍ: ກວຽດເຕີມ