ນີ້ແມ່ນບັນດາແບບຢ່າງດີເດັ່ນໃນທົ່ວປະເທດທີ່ມີຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະບັນລຸຜົນງານດີເດັ່ນໃນການສຶກສາຮ່ຳຮຽນ, ບຳລຸງສ້າງ ແລະຝຶກຝົນຫຼໍ່ຫຼອມໃນບັນດາສົກຮຽນຜ່ານມາ.

ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຍ້ອງຍໍຊົມເຊີຍນັກຮຽນ 70 ຄົນ, ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຍັງມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ແລະບືນຕົວຂຶ້ນໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະກາຍເປັນນັກຮຽນເກັ່ງໃນຫຼາຍປີຢ່າງລຽນຕິດ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ມອບຂອງຂວັນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ຮຽກຮ້ອງຄວນຍູ້ແຮງການໂຄສະນາ, ການສຶກສາອົບຮົມ ແລະຂົນຂວາຍເພື່ອໃຫ້ປະຊາຊົນເຫັນໄດ້ລັກສະນະຈໍາເປັນ ແລະຄວາມສໍາຄັນຂອງວຽກງານປົກປ້ອງ, ສຶກສາອົບຮົມ, ເບິ່ງແຍງດູແລເດັກນ້ອຍ: ໂຄສະນາ, ຍ້ອງຍໍຊົມເຊີຍ, ແຜ່ຂະຫຍາຍບັນດາແບບຢ່າງດີເດັ່ນ, ບັນດາແບບຢ່າງວຽກດີຄົນເດັ່ນຢ່າງທັນການ...

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຖ່າຍຮູບເປັນທີ່ລະນຶກກັບນັກຮຽນທີ່ປະສົບກັບຄວາມ ຫຍຸ້ງຍາກເປັນພິເສດດີເດັ່ນໃນທົ່ວປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດໄດ້ຝາກຄຳຂອບອົກຂອບໃຈເຖິງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະຕ່າງປະເທດໄດ້ມີການປະກອບສ່ວນອັນລ້ຳຄ່າໃຫ້ແກ່ກອງທຶນອຸປະກາລະເດັກຫວຽດນາມ; ຊົມເຊີຍສະພາອຸປະກາລະກອງທຶນອຸປະກາລະເດັກຫວຽດນາມ, ຄະນະການນຳ, ພະນັກງານກອງທຶນອຸປະກາລະເດັກຫວຽດນາມ ດ້ວຍທິດນຳ “ສຸດອົກສຸດໃຈ, ກະຈ່າງແຈ້ງ, ທັນການ, ພ້ອມກັນເຂົ້າຮ່ວມ” ໄດ້ມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປົກປ້ອງ, ເບິ່ງແຍງດູແລ ແລະສິດສອນເດັກ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີໃຫ້ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ບັນດາກະຊວງ, ຄະນະ, ຂະແໜງການຢູ່ສູນກາງ ແລະທ້ອງຖິ່ນສືບຕໍ່ປະຕິບັດຄໍາສັ່ງເລກທີ 20-CT/TW ຂອງກົມການເມືອງ (ຊຸດທີ  XI) ກ່ຽວກັບການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານເບິ່ງແຍງດູແລ ແລະປົກປ້ອງເດັກນ້ອຍໃນສະພາບການໃໝ່ຢ່າງມີປະສິດທິຜົນ...

 

ແປໂດຍ: ກວຽດເຕິມ