ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ໄດ້ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ປະຊາທິປະໄຕ, ພູມປັນຍາ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ຜູ້ມີສິດເລືອກຕັ້ງສະເໜີສະພາແຫ່ງຊາດເພີ່ມເວລາຊັກຖາມ, ເພີ່ມທະວີວຽກງານຕິດຕາມກວດກາສູງສຸດ, ພິເສດແມ່ນການຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງການຕໍ່ໜ້າສະພາແຫ່ງຊາດ, ຕໍ່ໜ້າຜູ້ມີສິດເລືອກຕັ້ງ ແລະປະຊາຊົນທົ່ວປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເກົາໄຢ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ໄດ້ສຸມໃສ່ເຂົ້າໃນບັນດາບັນຫາແທດຈິງ, ຕິດພັນກັບແຕ່ລະບໍລິເວນຢ່າງລະອຽດ, ນັບແຕ່ບັນດາວຽກງານທີ່ເຮັດສຳເລັດແລ້ວຕະຫຼອດຮອດບັນດາວຽກງານທີ່ຍັງຈຳກັດຕ້ອງຖອດຖອນບົດຮຽນເພື່ອເຮັດໃຫ້ດີກວ່າ... ຜ່ານນັ້ນສະແດງໃຫ້ເຫັນວ່າ, ການພົວພັນລະຫວ່າງຜູ້ມີສິດເລືອກຕັ້ງກັບສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດນັບມື້ນັບມີຄວາມສະໜິດຕິດພັນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມຂອບໃຈຕໍ່ຜູ້ມີສິດເລືອກຕັ້ງ ທີ່ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງສະພາແຫ່ງຊາດ, ລັດຖະບານ, ຂອງທົ່ວພັກ, ທົ່ວປວງຊົນເວົ້າລວມ, ທີ່ໄດ້ກໍ່ສ້າງປະເທດຫວຽດນາມຄືໃນປັດຈຸບັນ. ບັນຍາກາດຟົດຟ້ືນ, ເບີກບານມ່ວນຊື່ນ, ຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ, ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ, ບັນຍາກາດປະຊາທິປະໄຕແຜ່ຂະຫຍາຍໃນທ່ົວສັງຄົມ. ຕໍ່ໜ້າບັນດາຄຳເຫັນທີ່ຈິງໃຈ, ກົງໄປກົງມາ, ມີລັກສະນະສ້າງສັນ ແລະມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ທ່ານເລຂາທິການໃຫຍ່ ໄດ້ຮັບຮູ້, ຮັບເອົາເພື່ອສ່ອງແສງກັບສະພາແຫ່ງຊາດ ແລະບັນດາອົງການທີ່ກ່ຽວຂ້ອງ, ຜ່ານນັ້ນສືບຕໍ່ປະຕິບັດພາລະບົດບາດ,  ໜ້າທີ່ຂອງສະມາຊິກສະພາແຫ່ງຊາດໃຫ້ດີກວ່າອີກ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນ.

ແປໂດຍ: ຮຸຍດົງ