ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ຊາບຊຶມເຖິງທຸກຂັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບການເພີ່ມທະວີຊ່ວຍເຫຼືອປະເທດ ລາວ ໃນການພັດທະນາປະເທດ; ຖືນັ້ນແມ່ນຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບ ລາວ, ກໍ່ຄືສົມກັບມູນເຊື້ອຂອງຮຸ້ນການນໍາອະວຸໂສສອງປະເທດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຈັນສີ ໂພສີຄໍາ ໃຫ້ຮູ້ວ່າ, ພັກ, ລັດ, ປະຊາຊົນ ລາວ ຍາມໃດກໍ່ຍຶດໝັ້ນຕໍ່ສາຍພົວພັນຮ່ວມມື, ນໍ້າໃຈມິດຕະພາບ ແລະມູນເຊື້ອອັນດີງາມກັບພັກ, ລັດ ແລະປະຊາຊົນ ຫວຽດນາມ. ຕາມທ່ານ ຈັນສີ ໂພສີຄໍາ ແລ້ວ, ຝ່າຍ ລາວ ກໍ່ພວມຜັນຂະຫຍາຍຢ່າງຕັ້ງໜ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມຈອດສອງປະເທດ, ເປັນຕົ້ນແມ່ນບັນດາໂຄງການຄົມມະນາຄົມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫວູຢູງ.

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ບັນດາທ້ອງຖິ່ນຫວຽດນາມ, ເປັນຕົ້ນແມ່ນບັນດາແຂວງຕິດກັບຊາຍແດນ ລາວ ລ້ວນແຕ່ຕັ້ງໜ້າຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ. ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມພວມມານະພະຍາຍາມ, ເອົາໃຈໃສ່ເຖິງຖັນແຖວພະນັກງານ, ນັກສຶກສາ ລາວ ທີ່ພວມຮໍ່າຮຽນ, ຄົ້ນຄວ້າຢູ່ ຫວຽດນາມ ກວ່າອີກ; ພ້ອມທັງ, ພ້ອມແລ້ວທີ່ຈະສະໜອງງົບປະມານໃຊ້ຈ່າຍ ເພື່ອເພີ່ມທະວີຊຸກຍູ້ວຽກງານນີ້ໃຫ້ນັບມື້ນັບມີປະສິດທິຜົນກວ່າອີກ.

ທ່ານ ຫງວຽນຊວນຟຸກ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນການຜັນຂະຫຍາຍປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ-ລາວ; ຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ຂໍ້ຕົກລົງຢູ່ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຄັ້ງທີ 40; ບັນດາສັນຍາລະຫວ່າງສອງລັດຖະບານ, ລາຍການຮ່ວມມືລະຫວ່າງສອງຝ່າຍ... ບັນລຸໄດ້ປະສິດທິຜົນ, ນໍາມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ.

 

ແປໂດຍ: ກວຽດເຕີມ