ທີ່ການຕ້ອນຮັບ, ທ່ານ Peter Cosgrove  ໃຫ້ຮູ້ວ່າ, ລັດຖະບານ ອົດສະຕາລີ ສະຫງວນບຸລິມະສິດສູງໃຫ້ແກ່ການຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນສອງປະເທດພວມພັດທະນາອັນດີງາມ ແລະສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ ຜ່ານມາ. ທ່ານ Peter Cosgrove  ຢືນຢັນວ່າ, ລັດຖະບານ ອົດສະຕາລີ  ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດຄື: ການເມືອງ-ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ...; ຖືວ່າສິ່ງດັ່ງກ່າວນຳມາໃຫ້ຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສອງປະເທດກໍ່ຄືປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ. ພາບ ຟູ໋ເຊີນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍການມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Peter Cosgrove  ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ພ້ອມດ້ວຍພັນລະຍາ, ເຊື່ອໝັ້ນວ່າຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຫາກໍ່ໄດ້ຮັບການສ້າງຕັ້ງຈະນຳການຮ່ວມມືສອງຝ່າຍໃນທຸກຂົງເຂດພັດທະນາຢ່າງເລິກກ້ວາງ, ໂດຍສະເພາະແມ່ນໃນປີ 2018 ເມື່ອສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຢືນຢັນວ່າພັກກອມມູນິດຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບບັນດາພັກການເມືອງຂອງ ອົດສະຕາລີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າການພົວພັນດ້ານການເມືອງຢ່າງໝັ້ນຄົງຈະສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍສາຍພົວພັນຄູ່ຮ່ວມ ມືຍຸດທະສາດປະສົບຜົນສຳເລັດ ແລະຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດຂອງ ອົດສະຕາລີ ຢູ່ພາກພື້ນອາຊີ-ປາຊີຟິກ.

ກໍ່ໃນວັນດຽວກັນທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Peter Cosgrove   ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ.

 

ແປໂດຍ:​ ຮຸຍດົງ