ກອງປະຊຸມໂດຍອົງການການຄ້າ ແລະການລົງທຶນລັດຖະບານອົດສະຕາລີ ສົມທົບກັບກະຊວງອຸດສາຫະກໍາ ແລະການຄ້າ ຫວຽດນາມ ຈັດຕັ້ງເພື່ອແນໃສ່ແບ່ງປັນບົດຮຽນຄຸ້ມຄອງຂອງລັດຖະບານ, ຄວາມຮູ້ດ້ານວິຊາການໃນການຕອບສະໜອງບັນດາຄວາມຕ້ອງການ ແລະແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງການພັດທະນາຂະແໜງພະລັງງານ.

ທ່ານ Shannon Leahy, ທູດການຄ້າ, ສະຖານທູດອົດສະຕາລີ ໃຫ້ຮູ້ວ່າ: “ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ ອົດສະຕາລີ ແລະຫວຽດນາມ ພັດທະນາໄວທີ່ສຸດໃນບັນດາພື້ນຖານເສດຖະກິດອາຊຽນ ທັງໝົດໃນທົດສະວັດຜ່ານມາ, ດ້ວຍການແລກປ່ຽນດ້ານການຄ້າ ແລະການລົງທຶນສອງສົ້ນບັນລຸໄດ້ 11,8 ຕື້ໂດລາສະຫະລັດ. ພະລັງງານແມ່ນໜຶ່ງໃນບັນດາຂົງເຂດຫຼັກແຫຼ່ງຊຸກຍູ້ການຄ້າສອງຝ່າຍລະຫວ່າງສອງປະເທດ. ຕາມທ່າອ່ຽງຂອງຫວຽດນາມ ຫັນປ່ຽນໄປສູ່ນໍາໃຊ້ຖ່ານສະອາດ ແລະບັນດາມາດຕະການພະລັງງານຜະລິດຄືນໃໝ່, ຂະແໜງອຸດສາຫະກໍາພະລັງງານອົດສະຕາລີ ພ້ອມແລ້ວທີ່ຈະຮ່ວມມື ແລະໜູນຊ່ວຍ”.

leftcenterrightdel
ທ່ານ Shannon Leahy, ທູດການຄ້າ, ສະຖານທູດອົດສະຕາລີ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ລາມແອງ.

ອົດສະຕາລີ ກໍ່ມີປະສົບການໃນການຄຸ້ມຄອງນະໂຍບາຍແຖວໜ້າໃນການພັດທະນາ ແລະດັດສົມຕະຫຼາດພະລັງງານ. ປະສົບການ ແລະທ່າແຮງຂອງອົດສະຕາລີ ແມ່ນສອດຄ່ອງກັບຄວາມຕ້ອງການຂອງຫວຽດນາມໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ກໍ່ຄື ພັດທະນາຂະແໜງພະລັງງານແບບຍືນຍົງ.

 

ແປໂດຍ: ເກື່ອງດັ້ງ