leftcenterrightdel
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ. ພາບ: vov.vn.
leftcenterrightdel
ພວງມາລາຂອງຄະນະມີແຖວຕົວໜັງສືຂຽນວ່າ: “ຮູ້ບຸນຄຸນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ”. ພາບ: vov.vn.

ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ, ເຄົາລົບນັບຖືອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈິມິນ, ຜູ້ນໍາຍິ່ງໃຫຍ່, ຜູ້ເປັນອາຈານທີ່ແສນເຄົາລົບຮັກຂອງພັກ ແລະຊາດເຮົາ. ເພິ່ນໄດ້ເສຍສະຫຼະຊີວິດທັງຊີວິດໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາປະເທດຊາດຫວຽດນາມ ເອກະລາດ, ເອກະພາບ.

leftcenterrightdel
ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ, ເຄົາລົບນັບຖືອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈິມິນ, ຜູ້ນໍາຍິ່ງໃຫຍ່, ຜູ້ເປັນອາຈານທີ່ແສນເຄົາລົບຮັກຂອງພັກ ແລະຊາດເຮົາ. ພາບ: ສໍານັກຂ່າວສານຫວຽດນາມ.

ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈິມິນ, ໃນໄລຍະຜ່ານມາ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບໄດ້ຕັ້ງໜ້າ, ເປັນເຈົ້າການ ແລະມີຫົວຄິດປະດິດສ້າງໃນການຜັນຂະຫຍາຍຄໍາສັ່ງເລກທີ 05-CT/TW ຂອງກົມການເມືອງກ່ຽວກັບ “ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດປະທານໂຮ່ຈິມິນ”  ຢ່າງເລິກເຊິ່ງ ກວ້າງຂວາງ ຕິດພັນກັບມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ກ່ຽວກັບການກໍ່ສ້າງ, ປັບປຸງພັກ; ກໍານົດນີ້ແມ່ນເນື້ອໃນສໍາຄັນຂອງວຽກງານກໍ່ສ້າງ, ປັບປຸງພັກ; ປະກອບສ່ວນກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ...

leftcenterrightdel
ຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ. ພາບ: vov.vn.
leftcenterrightdel
ຄະນະຜູ້ແທນຄະນະພັກຕຳຫຼວດສູນກາງ ແລະກະຊວງຕຳຫຼວດ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ. ພາບ: vov.vn.
leftcenterrightdel
ຄະນະຜູ້ແທນນະຄອນ ຮ່າໂນ້ຍ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ. ພາບ: vov.vn.
leftcenterrightdel
ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ. ພາບ: vov.vn.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ຄະນະພັກຕຳຫຼວດສູນກາງ ແລະກະຊວງຕຳຫຼວດ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະຄະນະຊີ້ນຳ ສົມທົບການເຄື່ອນໄຫວເຂດປູຊະນີຍະສະຖານປະຫວັດສາດ-ວັດທະນະທໍາ ບາດີ່ງ... ໄດ້ໄປວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ; ວາງພວງມາລາຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.

 

ແປໂດຍ: ເຈິ່ນຮວ່ຽນ